leftcenterrightdel
ລາຍການໄດ້ດຶງດູດໄວໜຸ່ມ ຢູ່ນະນອນ  Pleiku ເອົາປຶ້ມມາແລກເອົາຕົ້ນໄມ້, ດ້ວຍວິທີເຮັດຄືແບບນີ້ ແມ່ນໄດ້ມອບປຶ້ມໃຫ້ເດັກນ້ອຍ ຢູ່ເຂດຫ່າງໄກສອກຫຼີກ ແລະ ຂດຊົນເຜົ່າສ່ວນໜ້ອຍ. ພາບ: qdnd.vn

ວິທີການເຄື່ອນໄຫວຂອງ ທີມກຸສົນ Fly To Sky ແມ່ນການຮັບເອົາປຶ້ມ ແລະເຈ້ຍປະເພດຕ່າງໆ, ຈາກນັ້ນແຍກປະເພດແລ້ວ ເອົາໄປມອບໃຫ້ນັກຮຽນທີ່ທຸກຍາກ ແລະຕູ້ປຶ້ມ, ຫໍສະໝຸດຊຸມຊົນ ແລະ ໂຮງຮຽນແຫ່ງຕ່າງໆທີ່ຢູ່ເຂດພູດອຍ, ເຂດຫ່າງໄກສອກຫຼີກ, ເຂດຊາຍແດນ ແລະ ເຂດຊົນເຜົ່າສ່ວນໜ້ອຍ. ເພື່ອໃຫ້ມີປຶ້ມ, ທີມກຸສົນ Fly To Sky ໄດ້ຮຽກຮ້ອງໃຫ້ວົງຄະນະຍາດຊຸມຊົນນຳເອົາປຶ້ມ, ເຈ້ຍ, ເຄື່ອງນຸ່ງ, ອຸປະກອນການຮຽນ, ເຄື່ອງຫຼິ້ນ, ຕຸກກະຕາໝີ, ຖ່ານເກົ່າ, ກ່ອງນົມເປົ່າ, ປ່ອງແປັບຊີເປົ່າ, ບັນດາຜະລິດຕະພັນຢາງທີ່ຜ່ານການນຳໃຊ້ແລ້ວ... ເພື່ອເອົາມາແລກກັບຕົ້ນໄມ້, ແນວພັນພືດຊະນິດຕ່າງໆ ແລະຜະລິດຕະພັນ, ຂອງຂວັນທີ່ເປັນມິດກັບສິ່ງແວດລ້ອມ ຢູ່ສະຖານທີ່ເຄື່ອນໄຫວແຫ່ງຕ່າງໆ.

ປີນີ້, ລາຍການດຳເນີນໄປແຕ່ວັນທີ 11 ພຶດສະພາ ຫາວັນທີ 28 ກໍລະກົດ 2024, ຢູ່ 30 ກວ່າແຫ່ງໃນບັນດາແຂວງ, ນະຄອນຄື: ຢາລາຍ, ເລິມດົ່ງ, ບິ່ງທ້ວນ, ນະຄອນໂຮ່ຈີມິນ, ຮ່າໂນ້ຍ, ເກິ່ນເທີ, ດ່ານັ້ງ...

ໂດຍ: ທູຈາງ