leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມພິທີປິດຊຸດບໍາລຸງ. ພາບ: qdnd.vn

ນີ້ແມ່ນຊຸດບໍາລຸງ ເພື່ອແນໃສ່ຍົກສູງລະດັບຄວາມຮູ້ ແລະທັກສະການສື່ສານພາສາອັງກິດ ແລະພາສາອັງກິດການທະຫານ ໃຫ້ແກ່ນັກສໍາມະນາກອນຈໍານວນ 60 ຄົນທີ່ເປັນພະນັກງານທະຫານຂຶ້ນກັບບັນດາກົມກອງກອງທັບທີ່ຕັ້ງທັບຢູ່ພາກໃຕ້.

leftcenterrightdel
ທ່ານພັນເອກພິເສດ, ປອ ເຈິ່ນວັນຖ້ວນ ຫົວໜ້າສູນເຕັກໂນໂລຊີຂໍ້ມູນຂ່າວສານ ແລະພາສາຕ່າງປະເທດ ມອບໃບຢັ້ງຢືນໃຫ້ນັກສໍາມະນາກອນ. ພາບ: qdnd.vn

ພາຍຫຼັງການບໍາລຸງເປັນເວລາ 5 ເດືອນ, ນັກສຳມະນາກອນ ໄດ້ຮັບເອົາ ແລະບັນລຸໄດ້ຄວາມຕ້ອງການດ້ານວິຊາສະເພາະ ແລະທັກສະນໍາໃຊ້ພາສາອັງກິດ, ເຊິ່ງທຸກຄົນລ້ວນແຕ່ໄດ້ຮັບໃບ ຢັ້ງຢືນສໍາເລັດຊຸດບໍາລຸງ. ທີ່ພິທີປິດ, ຄະນະຈັດຕັ້ງ ໄດ້ມອບໃບຢັ້ງຢືນຮຽນຈົບໃຫ້ແກ່ນັກສໍາມະນາກອນ ແລະມອບລາງວັນ, ຂອງຂວັນເປັນທີ່ລະນຶກໃຫ້ນັກສໍາມະນາກອນໂດດເດັ່ນ.

leftcenterrightdel
ບັນດາຜູ້ແທນ ແລະນັກສໍາມະນາກອນ ຖ່າຍຮູບເປັນທີ່ລະນຶກ. ພາບ: qdnd.vn

ຜົນສຳເລັດຂອງຊຸດບໍາລຸງດັ່ງກ່າວບໍ່ພຽງແຕ່ປະກອບສ່ວນເສີມຂະຫຍາຍຜົນການຮ່ວມມື ແລະການພົວພັນລະຫວ່າງກອງທັບຫວຽດນາມ ແລະອົດສະຕາລີ ເທົ່ານັ້ນຫາກຍັງຢັ້ງຢືນຄຸນນະພາບການບໍາລຸງສ້າງຂອງສູນເຕັກໂນໂລຊີຂໍ້ມູນຂ່າວສານ ແລະພາສາຕ່າງປະເທດອີກດ້ວຍ. ນີ້ກໍ່ແມ່ນໂອກາດ ເພື່ອໃຫ້ສູນເຕັກໂນໂລຊີຂໍ້ມູນຂ່າວສານ ແລະພາສາຕ່າງປະເທດ, ໂຮງຮຽນນາຍທະຫານສື່ສານຖອດຖອນບົດຮຽນ,  ກະກຽມຄວາມພ້ອມໃນທຸກດ້ານ ເພື່ອສືບຕໍ່ຈັດຊຸດບໍາລຸງໃນຕໍ່ໜ້າໃຫ້ເປັນຢ່າງດີ.

ໂດຍ: ໄຊຊະນະ