ສະຫາຍ ເລກວກມິງ, ກຳມະການສູນກາງພັກ, ຫົວໜ້າບັນນາທິການໜັງສືພິມປະຊາຊົນ, ປະທານສະມາຄົມນັກຂ່າວຫວຽດນາມ ເຂົ້າຮ່ວມ ແລະກ່າວຄຳເຫັນທີ່ລາຍການ.
ການປະກວດແມ່ນສະຫງວນໃຫ້ບັນດານັກຖ່າຍຮູບເປັນມືອາຊີບ ແລະບໍ່ເປັນມືອາຊີບໃນທົ່ວປະເທດ, ດ້ວຍບັນດາຮູບຖ່າຍແຕ່ປີ 2022 ຈົນເຖິງປັດຈຸບັນ. ເນື້ອໃນແມ່ນສຸມໃສ່ເຂົ້າໃນການເດີນທາງແຫ່ງການປ່ຽນແປງໃໝ່ຮອບດ້ານຂອງຫວຽດນາມ ຜ່ານບັນດາຮູບພາບປະຊາຊົນ, ຊຸມຊົນ ແລະ ຊີວິດການເປັນຢູ່.
ເວລາສົ່ງຮູບພາບ ແມ່ນແຕ່ເດືອນມິຖຸນາ 2025 ຫາວັນທີ 31 ມັງກອນ 2026 ຜ່ານເວັບໄຊ: thianh.nhandan.vn. ຄະນະຈັດຕັ້ງຈະຄັດເລືອກເອົາປະມານ 100 ຮູບພາບເຂົ້າຮອບສຸດທ້າຍ ເພື່ອວາງສະແດງ ແລະພິມເປັນປຶ້ມ; ມອບລາງວັນພິເສດ 1 ລາງວັນ ມູນຄ່າ 50 ລ້ານດົ່ງ; ລາງວັນປະເພດ A 2 ລາງວັນ, ແຕ່ລະລາງວັນມູນຄ່າ 30 ລ້ານດົ່ງ; ລາງວັນປະເພດ B 3 ລາງວັນ, ແຕ່ລະລາງວັນ 20 ລ້ານດົ່ງ; ລາງວັນປະເພດ C 5 ລາງວັນ, ແຕ່ລະລາງວັນ 10 ລ້ານດົ່ງ.
ໂດຍ: ໄຊຊະນະ
Type the code from the image