leftcenterrightdel
ພິທີນຳສະເໜີຮູບເງົາເອກະສານ. ພາບ: ຫງອກແອັງ

ນັກຂ່າວ ກິມຕວ່ານ, ເກີດປີ 1940, ຢູ່ຕາແສງ ເຕິນຈ່າວ, ເມືອງ ກຽນຖຸຍ, ນະຄອນ ຫາຍຟ່ອງ. ປີ 1965, ທ່ານໄດ້ໄປພາກໃຕ້ ຫວຽດນາມ, ເປັນນັກຂ່າວສະໜາມຮົບຂອງໜັງສືພິມ ຢາຍຟ໋ອງ (ປົດປ່ອຍ) - ອົງການສູນກາງຂອງແນວໂຮມປະເທດຊາດພາກໃຕ້ຫວຽດນາມ. ໃນໄລຍະທ້ອນໂຮມປະເທດຊາດເປັນເອກະພາບ ແລະປ່ຽນແປງໃໝ່, ທ່ານສືບຕໍ່ອຸທິດສ່ວນໃຫ້ແກ່ສື່ມວນຊົນປະຕິວັດ.

ກ່າວຄຳເຫັນທີ່ພິທີ, ທ່ານ ເລກວັກມິງ, ຫົວໜ້າບັນນາທິການໃໜັງສືພິມ ເຍິນເຍິນ, ຮອງຫົວໜ້າຄະນະໂຄສະນາສຶກສາ ແລະຂົນຂວາຍປະຊາຊົນສູນການງພັກ, ເນັ້ນໜັກວ່າ ເລື່ອງແນະນຳຟິບຮູບເງົາເອກະສານກ່ຽວກັບນັກຂ່າວ ກິມຕວ່ານ ທັງແມ່ນການເຄື່ອນໄຫວເຊີດຊູບັນດາການອຸທິດສ່ວນທີ່ບໍ່ຮູ້ອິດຮູ້ເມື່ອຍຂອງນັກຂ່າວ ກິມຕວ່ານ, ທັງແມ່ນໂອກາດເພື່ອໃຫ້ພວກເຮົາຫວນຄືນປະຫວັດສາດອັນສະຫງ່າລາສີຂອງສື່ມວນຊົນປະຕິວັດຫວຽດນາມ ອີກດ້ວຍ.

ຟິມຮູບເງົາບໍ່ເປັນການເຊີດຊູຜູ້ໜຶ່ງ, ຫາກພັນລະນາສ່ວນໜຶ່ງປະຫວັດສາດຂອງຊາດ; ຈົດຈຳຄຸນງາມຄວາມດີຂອງນັກຂ່າວລຸ່ນກ່ອນໆອີກດ້ວຍ.

ແຫຼ່ງຄັດຈາກ: vovworld.vn