ເຂົ້າຮ່ວມລາຍການມີບັນດາສະຫາຍ: ທ່ານພົນໂທ ເຈີ່ນກວກຕໍ໊, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງຕຳຫຼວດ, ຫົວໜ້າຄະນະຈັດຕັ້ງງານມະໂຫລານ; ທ່ານພົນຕີ ໂດ໊ຊວນຕຸ້ງ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ.

leftcenterrightdel
ຄະນະຈັດຕັ້ງ ມອບຊໍ່ດອກໄມ້ໃຫ້ແກ່ບັນດາກົມກອງເຂົ້າຮ່ວມງານມະໂຫລານ. ພາບ: qdnd.vn

ງານມະໂຫລານໄດ້ແນະນໍາ 25 ບົດລະຄອນ, ໂດຍມີການເຂົ້າຮ່ວມຂອງນັກສິລະປິນ, ນັກສະແດງ 600 ກວ່າຄົນ ທີ່ມາຈາກ 21 ກົມກອງສິລະປະຢູ່ພາຍໃນ ແລະນອກກໍາລັງຕໍາຫຼວດປະຊາຊົນ. ບັນດາບົດລະຄອນສຸມໃສ່ພັນລະນາຮູບພາບນາຍຕຳຫຼວດ, ຮູບພາບລຸງໂຮ່ ກັບຕໍາຫຼວດປະຊາຊົນ ແລະກໍາລັງຕໍາຫຼວດປະຊາຊົນຮໍ່າຮຽນ, ປະຕິບັດຕາມຄໍາສັ່ງສອນຂອງລຸງໂຮ່, ມູນເຊື້ອວິລະຊົນອັນສະຫງ່າລາສີຂອງຕໍາຫຼວດປະຊາຊົນຫວຽດນາມ ຜ່ານໄລຍະ 80 ປີແຫ່ງການກໍ່ສ້າງ, ສູ້ຮົບ ແລະເຕີບໃຫຍ່ຂະຫຍາຍຕົວ.

ພາຍຫຼັງພິທີໄຂ, ໂຮງລະຄອນຕໍາຫຼວດປະຊາຊົນ ໄດ້ເປີດສາກງານມະໂຫລານດ້ວຍບົດລະຄອນ "ຄົນຜູ້ທີສາມ". ງານມະໂຫລານ ຈະດຳເນີນໄປຮອດວັນທີ 6 ກໍລະກົດ ຢູ່ໂຮງລະຄອນກອງທັບ (ມາຍຢິກ, ຮ່າໂນ້ຍ) ໃນຕອນເຊົ້າ ແລະຕອນຄໍ່າ. ພິທີປິດຈະຈັດຂຶ້ນຢູ່ໂຮງລະຄອນ ໂຮ່ເກືອມ ໃນວັນທີ 7 ກໍລະກົດ.

ໂດຍ: ທູຈາງ