ຊຸກຍູ້ການຮ່ວມມືລະຫວ່າງນະຄອນດ່າໜັງ ແລະບັນດາທ້ອງຖິ່ນຂອງຍີ່ປຸ່ນ
ກປ.ອອນໄລ - ຕອນຄໍ່າວັນທີ 4 ກໍລະກົດ, ຄະນະກໍາມະການປະຊາຊົນນະຄອນ ດ່າໜັງ ໄດ້ສົມທົບກັບບັນດາຫົວໜ່ວຍທີ່ກ່ຽວຂ້ອງຈັດຕັ້ງພິທີໄຂງານບຸນ ຫວຽດນາມ - ຍີ່ປຸ່ນ ນະຄອນ ດ່າໜັງ ຄັ້ງທີ 10 ປີ 2025 ຢູ່ສວນສາທາລະນະ ບຽນດົງ (ຕາແສງ ອານຫາຍ).
ນີ້ແມ່ນໜຶ່ງໃນບັນດາເຫດການການຕ່າງປະເທດສຳຄັນຂອງນະຄອນ ເພື່ອແນໃສ່ເພີ່ມທະວີຊຸກຍູ້ການພົວພັນຮ່ວມມືລະຫວ່າງນະຄອນ ດ່າໜັງ - ຍີ່ປຸ່ນ.
ເຫດການຈະດຳເນີນໄປຮອດວັນທີ 6 ກໍລະກົດ, ລວມມີບັນດາການເຄື່ອນໄຫວ, ຄື: ງານວາງສະແດງຜົນງານການຮ່ວມມືລະຫວ່າງນະຄອນ ດ່າໜັງ ແລະບັນດາຄູ່ຮ່ວມມື ຍີ່ປຸ່ນ; ງານວາງສະແດງ 100 ຮ້ານແນະນຳລັກສະນະວັດທະນະທຳ, ຜະລິດຕະພັນ ແລະການບໍລິການຂອງສອງປະເທດ; ໂຄງການພົບປະແລກປ່ຽນສິລະປະ ຫວຽດນາມ - ຍີ່ປຸ່ນ; ການແຂ່ງຂັນກິລາ...
    |
 |
ມອບດອກໄມ້ ແລະໃບຢັ້ງຢືນໃຫ້ຜູ້ອຸປະຖຳງານບຸນ. ພາບ: qdnd.vn |
ໃນຂອບເຂດເຫດການດັ່ງກ່າວ, ຍັງດໍາເນີນກອງປະຊຸມພົບປະ ຍີ່ປຸ່ນ ຢູ່ນະຄອນ ດ່າໜັງ ເພື່ອປຶກສາຫາລືກ່ຽວກັບການຮ່ວມມືທ້ອງຖິ່ນ, ການລົງທຶນ, ວິທະຍາສາດ - ເຕັກໂນໂລຢີ, ການປ່ຽນແປງໃໝ່ປະດິດຄິດສ້າງ ແລະການທ່ອງທ່ຽວ; ການໂອ້ລົມສົນທະນາສົ່ງເສີມການຮ່ວມມືກ່ຽວກັບການສະໜັບສະໜູນການເລີ່ມຕົ້ນດໍາເນີນທຸລະກິດລະຫວ່າງ ດ່າໜັງ ແລະ ຍີ່ປຸ່ນ; ກອງປະຊຸມສໍາມະນາ ແລະເຊື່ອມຕໍ່ດໍາເນີນທຸລະກິດການຄ້າສົ່ງເສີມການທ່ອງທ່ຽວ ຍີ່ປຸ່ນ ປີ 2025 ຢູ່ ດ່າໜັງ.
ໂດຍ: ຈາງຫງວຽນ