ວາດພາບໄລຍະທາງປະຕິວັດຂອງປະທານໂຮ່ຈີມິນ ຢູ່ຈີນ
ກປ.ອອນໄລ - ຫໍພິພິທະພັນປະຫວັດສາດປະຕິວັດກວາງຕຸ້ງ (ຈີນ) ແລະຫໍພິພິທະພັນໂຮ່ຈີມິນ (ຫວຽດນາມ) ພ້ອມກັບບັນດາຫົວໜ່ວຍ, ອະນຸສອນສະຖານ ແລະຫໍພິພິທະພັນຂອງຈີນ ສົມທົບກັນຈັດຕັ້ງງານວາງສະແດງດ້ວຍຫົວເລື່ອງສະເພາະ “ເສັ້ນທາງປະຕິວັດ - ສະຫາຍ ໂຮ່ຈີມິນ ຢູ່ຈີນ”.
ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍເພື່ອແນໃສ່ສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ - ຈີນ; ປີພົບປະແລກປ່ຽນມະນຸດສະທຳຫວຽດນາມ - ຈີນ 2025 ແລະ 135 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈິມິນ (19/5/1890 – 19/5/2025).
    |
 |
ນັກທ່ອງທ່ຽວມາຢ້ຽມຊົມງານວາງສະແດງ. ພາບ: ສໍານັກຂ່າວສານຫວຽດນາມ |
ງານວາງສະແດງໄດ້ວາດພາບຊຸມປີແຫ່ງການເຄື່ອນໄຫວປະຕິວັດຂອງປະທານໂຮ່ຈີມິນ ຢູ່ຈີນ ດ້ວຍ 4 ຫົວຂໍ້, ຄື: ຄວາມມຸ່ງມາດປາດຖະໜາອັນດຽວ, ສາມັກຄີຕ້ານຜູ້ຮຸກຮານຈາກພາຍນອກ, ສາຍພົວພັນອັນສະໜິດສະໜົມ ແລະໜ້າປະຫວັດສາດອັນສະຫງ່າລາສີ ຂອງສາຍພົວພັນມິດຕະພາບ ລະຫວ່າງຫວຽດນາມ - ຈີນ. ເນື້ອໃນ, ຮູບພາບ ແລະ ເອກະສານທີ່ກ່ຽວຂ້ອງທີ່ງານວາງສະແດງ ເນັ້ນໜັກວ່າ, ໂດຍພາຍໃຕ້ການນຳພາຂອງປະທານໂຮ່ຈີມິນ, ປະທານ ເມົາເຈີຕຸງ ພ້ອມກັບການນຳລຸ້ນກ່ອນ, ປະຊາຊົນຫວຽດນາມ ແລະ ຈີນ ໄດ້ຄຽງບ່າຄຽງໄຫຼ່ຜ່ານຜ່າຊຸມເດືອນປີອັນລຳບາກ ໃນການຕໍ່ສູ້ຍາດເອົາເອກະລາດ ແລະ ປົດປ່ອຍຊາດ ຢູ່ແຕ່ລະປະເທດ.
ໃນໄລຍະເຄື່ອນໄຫວປະຕິວັດຢູ່ຈີນ, ປະທານໂຮ່ຈີມິນ ໄດ້ໄປຢ້ຽມຢາມຫຼາຍແຫ່ງ, ຄື: ກວາງໂຈ, ຮົງກົງ, ຊົງຊິງ, ຄຸນມີງ...
ຕາມແຜນການແລ້ວ, ງານວາງສະແດງ ຈະສືບຕໍ່ຜັດປ່ຽນກັນຈັດຂຶ້ນຢູ່ຫໍພິພິທະພັນບາງແຫ່ງຂອງຫວຽດນາມ ແລະ ຈີນ.
ໂດຍ: ທູຈາງ