ຕອນບ່າຍວັນທີ 6 ພຶດສະພາ, ໜັງສືພິມ ເຍິນເຢິນ  (ປະຊາຊົນ) ໄດ້ໄຂງານວາງສະແດງພາບແຕ້ມ panorama  ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ຢູ່ 2 ສະຖານທີ່ພ້ອມໆກັນ ຄື: ສຳນັກງານໜັງສືພິມ panorama (ເຮືອນເລກທີ 71 ຮ່າງຈົ໊ງ, ຮວ່ານກ໊ຽມ, ຮ່າໂນ້ຍ) ແລະຫໍພິພິຕະພັນໄຊຊະນະດ້ຽນບຽນຝູ (ນະຄອນດ້ຽນບຽນຝູ, ແຂວງ ດ້ຽນບຽນ).

leftcenterrightdel
ບັນດາຜູ້ແທນຕັດແຖບຜ້າເປີດງານວາງສະແດງພາບແຕ້ມ Panorama ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ຢູ່ຮ່າໂນ້ຍ. ພາບ: qdnd.vn

ນັກທ່ອງທ່ຽວສາມາດຮັບຊົມພາບແຕ້ມ panorama ທີ່ອ້ອມຮອບວົງດ້ວຍເສັ້ນຜ່າສູນກາງ 5,5 ແມັດ, ລວງສູງກວ່າ 3 ແມັດ ແລະເຂົ້າຮ່ວມຄົ້ນຫາເຕັກໂນໂລຢີເໝືອນຈິງດ້ວຍພາບແຕ້ມ panorama 360 ອົງສາ. ທີ່ງານວາງສະແດງ, ໜັງສືພິມ ເຍິນເຢິນ ໄດ້ສ້າງໜ້າພິມພິເສດຕື່ມອີກ ເພື່ອສະເຫຼີມສະຫຼອງໄຊຊະນະດ້ຽນບຽນຝູ ໃຫ້ແຂກໄດ້ເຂົ້າຢ້ຽມຊົມ. ຜູ້ອ່ານສາມາດຕັດໜ້າຂອງໜັງສືພິມ ເຍິນເຢິນ  ສະບັບພິເສດອອກ ແລະປະກອບເຂົ້າເປັນພາບ panorama “ບັ້ນຮົບ ດ້ຽນບຽນຝູ” ຍາວ 3,21 ແມັດ (ສະຖິຕິສຳລັບຜະລິດຕະພັນໜັງສືພິມເຈ້ຍ) ເພື່ອເຂົ້າຮ່ວມຄົ້ນຫາການຕອບຮັບດ້ວຍການໃຊ້ໂທລະສັບສະແກນລະຫັດ QR ໃນຮູບແຕ້ມ ຫຼືດາວໂຫຼດແອັບຟີເຄຊັນເບິ່ງພາບເຄື່ອນທີ່ດ້ວຍເຕັກໂນໂລຢີເໝືອນຈິງ (AR). ງານວາງສະແດງໄດ້ເປີດປະຕູໃຫ້ແຂກເຂົ້າຊົມແຕ່ວັນທີ 7 ຫາ 12 ເດືອນພຶດສະພາ 2024.

ໂດຍ: ທະນາພອນ