leftcenterrightdel
ຜູ້ແທນທີ່ຖືກເຊີນເຂົ້າຮ່ວມເຫດການ. ພາບ: ສໍານັກຂ່າວສານຫວຽດນາມ

ປະຈຸບັນ, ຈໍານວນນັກທ່ອງທ່ຽວສ.ເກົາຫຼີ ມາຢາມຫວຽດນາມ ເພີ່ມຂຶ້ນຢ່າງແຮງ. ໃນໄຕມາດທີ I ຂອງປີນີ້, ຈໍານວນນັກທ່ອງທ່ຽວສ.ເກົາຫຼີ ມາຢາມຫວຽດນາມ ໄດ້ເພີ່ມຂຶ້ນປະມານ 52% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ບັນລຸປະມານ 1,2 ລ້ານເທື່ອຄົນ. ພິເສດ, ຈຳນວນຜູ້ໂດຍສານຊັ້ນທຸລະກິດຂອງບໍລິສັດການບິນ Vietnam Airlines ໄດ້ເພີ່ມຂຶ້ນຢ່າງແຮງໃນໄລຍະມໍ່ໆມານີ້, ອັນໄດ້ສະແດງໃຫ້ເຫັນວ່າ ຊາວ ສ.ເກົາຫຼີ ນັບມື້ນັບມີຫຼາຍຄົນຢາກໄດ້ຊົມໃຊ້ການບໍລິການທີ່ດີດ້ານການທ່ອງທ່ຽວ ແລະການບິນ, ພ້ອມແລ້ວທີ່ຈະຍອມຮັບຄ່າໃຊ້ຈ່າຍສູງເພື່ອມີການທ່ອງທ່ຽວດີທີ່ສຸດ.

ເຫດການ “The Magnificent Vietnam” ໄດ້ຊ່ວຍໃຫ້ບັນດາຄູ່ຮ່ວມມື ສ.ເກົາຫຼີ ມີຄວາມເຂົ້າໃຈກວ່າກ່ຽວກັບປະເທດຫວຽດນາມ ບໍ່ພຽງແຕ່ມີຄວາມສວຍງາມດ້ານປະຊາຊົນ, ວັດທະນະທຳ ແລະທັດສະນີຍະພາບເທົ່ານັ້ນ, ຫາກຍັງມີບັນດາວິສາຫະກິດທີ່ສາມາດສະໜອງການບໍລິການທີ່ມີຄຸນນະພາບດີ, ຫຼູຫຼາ, ຕອບສະໜອງຄວາມຕ້ອງການນັບມື້ນັບສູງຂອງນັກທ່ອງທ່ຽວ ສ.ເກົາຫຼີ ອີກດ້ວຍ.

ໂດຍ: ທູຈາງ