ເຫດການດັ່ງກ່າວໂດຍສະຫະພັນກິລາເຮືອຈັກໂລກ ສົມທົບກັບຄະນະກຳມະການປະຊາຊົນແຂວງ ບິ່ງດິ້ງ ຈັດຂຶ້ນ ໂດຍມີການປະກອບສ່ວນຂອງກຸ່ມບໍລິສັດ ຫວຽດທ້ວນ ແລະ ບໍລິສັດເຮືອທ່ອງທ່ຽວ Essence Grand Cruise.

leftcenterrightdel
ລາງວັນແຊັມໂລກເຮືອຈັກ UIM F1H20 World Championship ໄດ້ອັດລົງ ດ້ວຍການຄວ້າແຊັມຂອງນັກແຂ່ງຂັນຊາວ ຊູແອັດ Erik Stark ມາຈາກທິມ Victoria. ພາບ: ສໍານັກຂ່າວສານຫວຽດນາມ

ພາຍຫຼັງແຂ່ງຂັນກັນມາເປັນເວລາ 3 ວັນ, ລາງວັນແຊັມໂລກເຮືອຈັກ UIM F1H20 World Championship ໄດ້ອັດລົງ ດ້ວຍການຄວ້າແຊັມຂອງນັກແຂ່ງຂັນຊາວ ຊູແອັດ Erik Stark ມາຈາກທິມ Victoria  (UEA). ຮອງລົງມາແມ່ນນັກແຂ່ງຂັນ Jonas Andersson ຂອງທິມ ບິ່ງດິ້ງ - ຫວຽດນາມ ແລະ ລາງວັນທີ 3 ໄດ້ແກ່ນັກກິລາ Peter Morin ຂອງ CTIC ຂອງ ຈີນ. ການແຂ່ງຂັນເຮືອຈັກສາກົນ ກໍ່ໄດ້ສ້າງຄວາມປະທັບໃຈໃຫ້ນັກທ່ອງທ່ຽວ. ທ່ານ ເຈິ່ນດຶກຈິງ, ຊາວ ບິ່ງດິ້ງ ແບ່ງປັນດ້ວຍຄວາມຕື່ນເຕັ້ນວ່າ:

“ຂ້າພະເຈົ້າຮູ້ສຶກຈັບອົກຈັບໃຈຫຼາຍ. ເຖິງວ່າຢູ່ໄກ, ແຕ່ຄອບຄົວຂ້າພະເຈົ້າກໍພະຍາຍາມມານີ້ຊື້ປີ້ ເພື່ອໄດ້ເຫັນປະຈັກຕາການແຂ່ງຂັນເຮືອໂມໂຕນີ້. ກິລາປະເພດນີ້ຄັກຫຼາຍ.”

ແຫຼ່ງຄັດຈາກ vovworld.vn