ງານບຸນວັດທະນະທຳອາຫານການກິນ, ເຍື່ອງອາຫານແຊບ Saigontourist Group 2024 ໄຂຂຶ້ນໃນຕອນຄ່ຳວັນທີ 28 ມີນາ, ຢູ່ເຂດທ່ອງທ່ຽວ ວັນແທັງ, ເມືອງ ບິ່ງແທ້ງ, ນະຄອນ ໂຮ່ຈີມິນ.

leftcenterrightdel
ທີ່ງານບຸນ, ບັນດາສິ່ງຍອດຍິ່ງຂອງວັດທະນະທຳດ້ານອາຫານການກິນໄດ້ນຳມາສະແດງ. ພາບ: ສໍານັກຂ່າວສານຫວຽດນາມ

ປີນີ້, ງານບຸນເປີດປະຕູຕ້ອນຮັບມະຫາຊົນແຕ່ນີ້ຮອດວັນທີ 31 ມີນາ. ທີ່ງານບຸນ, ບັນດາສິ່ງຍອດຍິ່ງຂອງວັດທະນະທຳດ້ານອາຫານການກິນໄດ້ນຳມາສະແດງ ແລະ ໂດຍນັກຊ່ຽວຊານທີ່ມາຈາກບັນດາເຄື່ອງໝາຍການຄ້າມີຊື່ສຽງໃນທົ່ວປະເທດຮັບໃຊ້. ໃນຂອບເຂດງານບຸນ, ຍັງມີການເຄື່ອນໄຫວຫຼາຍຢ່າງ, ຄື: ການສະແດງສິລະປະ, ການພົບປະແລກປ່ຽນວັດທະນະທຳ, ການລະຫຼີ້ນພື້ນເມືອງ, ວາດພາບຄືນການດຳລົງຊີວິດຢູ່ເຂດໝູ່ບ້ານອາຊີບພື້ນເມືອງ… ເຂົ້າຮ່ວມເຫດການ, ທ່ານນາງ ຮ່ວາງເຟື້ອງ, ຢູ່ແຂວງ ບິ່ງເຢືອງ, ໃຫ້ຮູ້ວ່າ:

“ຢູ່ທີ່ນີ້ໄດ້ເຕົ້າໂຮມຫຼາຍຄົນ, ມ່ວນຊື່ນ ແລະ ມີຫຼາຍສິ່ງທີ່ໜ້າຈັບໃຈ. ພວກຂ້າພະເຈົ້າໄດ້ຮັບຟັງຂັບ ເດີນກາຕາຍຕື, ຂັບ ກວານຫໍ້, ຮັບປະທານບັນດາເຍື່ອງອາຫານທີ່ເປັນເອກະລັກສະເພາະຂອງແຕ່ລະເຂດພາກ. ຂ້າພະເຈົ້າຮູ້ສຶກມ່ວນຫຼາຍ ແລະ ເຫັນວ່າ ເຫດການນີ້ແມ່ນເໝາະສົມທີ່ສຸດເພື່ອໃຫ້ທຸກຄົນພ້ອມກັນເຂົ້າຮ່ວມໄດ້”.

ແຫຼ່ງຄັດຈາກ vovworld.vn