ໂດຍສືບຕໍ່ລາຍການເຮັດວຽກຢູ່ແຂວງຕຽນຢາງ, ຕອນບ່າຍວັນທີ 24 ມີນາ, ທ່ານ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ເຮັດວຽກກັບຄະນະປະຈຳພັກແຂວງຕຽນຢາງ ກ່ຽວກັບການປະຕິບັດໜ້າທີ່ພັດທະນາເສດຖະກິດ-ສັງຄົມ ແລະທິດທາງ, ໜ້າທີ່ໃນໄລຍະຈະມາເຖິງ.

leftcenterrightdel
ທ່ານ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີຫວຽດນາມ ກ່າວຄໍາເຫັນທີ່ການເຮັດວຽກ. ພາບ: vov.vn

ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ແຂວງຕຽນຢາງ ພັດທະນາໄວ ແລະຍືນຍົງກວ່າອີກໂດຍອີງໃສ່ວິທະຍາສາດເຕັກນິກ, ເສດຖະກິດແບ່ງປັນ, ການຫັນເປັນສີຂຽວ; ເສດຖະກິດສີຂຽວ, ດີຈີຕອນ, ເສດຖະກິດໝູນວຽນ, ການພັດທະນາການຄ້າເອເລັກໂຕນິກ; ຂຸດຄົ້ນຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບໃຫ້ໄດ້ຢ່າງສຸດຂີດ; ເອົາໃຈໃສ່ເປັນພິເສດເຖິງການຮັບປະກັນຄວາມກົມກຽວ, ສະໜິດຕິດພັນລະຫວ່າງການພັດທະນາເສດຖະກິດ-ວັດທະນະທໍາ-ສັງຄົມ ແລະການປົກປັກຮັກສາສິ່ງແວດລ້ອມຊີວະພາບຕິດພັນກັບການຮັບປະກັນການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.

ແຂວງຕຽນຢາງ ກໍ່ຄວນສຸມໃສ່ການປະຕິຮູບດ້ານບໍລິຫານ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດໍາເນີນທຸລະກິດ, ຍົກສູງກຳລັງຄວາມສາມາດແກ່ງແຍ້ງ ແລະເຊື່ອມໂຍງເຂົ້າກັບສາກົນ. ໃນນັ້ນສຸມໃສ່ກໍ່ສ້າງ, ເສີມຂະຫຍາຍປະສິດທິຜົນຂອງເຂດທີ່ເປັນກໍາລັງໜູນດ້ານເສດຖະກິດຂອງແຂວງ; ຍົກສູງປະສິດທິຜົນໃນການດຶງດູດ ແລະນຳໃຊ້ເງິນລົງທຶນ; ຍູ້ແຮງການປະຕິຮູບລະບຽບການບໍລິຫານ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ການດຳເນີນທຸລະກິດ.

ໂດຍ: ກວຽດເຕິມ