ຕອນຄ່ຳວັນທີ 19 ມີນາ, ຢູ່ນະຄອນ ເຊີນລາ, ແຂວງ ເຊີນລາ, ໄດ້ຈັດພິທີເຊີດຊູນະຄອນ ເຊີນລາ ໄດ້ຈົດຊື່ເຂົ້າເຄືອຂ່າຍບັນດານະຄອນຮ່ຳຮຽນທົ່ວໂລກຂອງອົງການສຶກສາ, ວິທະຍາສາດ ແລະວັດທະນະທຳ ສປຊ (UNESCO).

leftcenterrightdel
ພິທີມອບໃບຢັ້ງຢືນນະຄອນຮ່ຳຮຽນທົ່ວໂລກ. ພາບ: vov.vn

ພ້ອມກັບ 62 ນະຄອນຂຶ້ນກັບ 34 ປະເທດ, ນະຄອນ ເຊີນລາ ແລະນະຄອນ ໂຮ່ຈີມິນ ໄດ້ເປັນກຽດທີ່ອົງການສຶກສາ, ວິທະຍາສາດ ແລະວັດທະນະທຳ ສປຊ ຈົດຊື່ເຂົ້າ “ເຄືອຂ່າຍບັນດານະຄອນຮ່ຳຮຽນທົ່ວໂລກ” ຂອງອົງການ UNESCO ໃນວັນທີ 14 ກຸມພາ ຜ່ານມາ.

ທ່ານ ຮ່າຈູງຈຽນ, ເລຂາພັກແຂວງເຊີນລາ ໃຫ້ຮູ້ວ່າ, ທ້ອງຖິ່ນໄດ້ກຳນົດວ່າ ນາມມະຍົດ “ນະຄອນຮ່ຳຮຽນທົ່ວໂລກ” ບໍ່ພຽງແຕ່ແມ່ນສະຖານທີ່ນັດພົບເທົ່ານັ້ນ, ຫາກຍັງແມ່ນ “ປ້າຍແນະນຳ” ໃຫ້ການເຄື່ອນໄຫວຕໍ່ໄປອີກດ້ວຍ: “ການຈົດຊື່ເຂົ້າເຄືອຂ່າຍບັນດານະຄອນຮ່ຳຮຽນທົ່ວໂລກຂອງ UNESCO ບໍ່ພຽງແຕ່ແມ່ນຄວາມເປັນກຽດ, ເອກອ້າງທະນົງໃຈເທົ່ານັ້ນ, ຫາກຍັງແມ່ນໂອກາດເພື່ອໃຫ້ເຊີນລາ, ປະຊາຊົນບັນດາເຜົ່າ ໄດ້ສຳຜັດກັບໂຄງການສຶກສາ, ບຳລຸງສ້າງ, ດ້ວຍໂຄງການສ້າງສັງຄົມຮ່ຳຮຽນຕາມມາດຕະຖານຂອງ UNESCO ອີກດ້ວຍ. ສະນັ້ນ, ໃນໄລຍະຈະມາເຖິງ, ທາງນະຄອນຈະສ້າງໂຄງການກະທຳລະອຽດ ເພື່ອຮັກສານາມມະຍົດ ແລະສ້າງມາດຕະຖານຂອງນະຄອນຮ່ຳຮຽນທົ່ວໂລກໃຫ້ສົບບູນແບບ.”

ໂດຍ: ກວຽດເຕິມ