ເຂົ້າຮ່ວມລາຍການສະແດງສິລະປະຟ້ອນແຊໄທ ມີ 14 ທີມທີ່ມາຈາກບັນດາໂຮງຮຽນມັດທະຍົມຕອນປ່າຍ, ໂຮງຮຽນວິຊາຊີບ, ພະແນກສຶກສາ ແລະບຳລຸງສ້າງຂອງບັນດາເມືອງ, ເທດສະບານ, ນະຄອນ, ແລະບັນດາສະໂມສອນວັດທະນະທຳໄທ ໃນບໍລິເວນແຂວງ ດ້ຽນບຽນ.

ສິລະປະຟ້ອນແຊໄທ ຂອງຫວຽດນາມ ໄດ້ຮັບການຮັບຮອງຈາກອົງການ UNESCO ວ່າເປັນມໍລະດົກວັດທະນະທຳນາມມະທໍາຕາງໜ້າຂອງມວນມະນຸດ. ສະນັ້ນ, ແຂວງດ້ຽນບຽນ ໄດ້ ແລະກໍາລັງຂະຫຍາຍສິລະປະຟ້ອນແຊໄທໃນຊຸມຊົນ, ດຶງດູດນັກຮຽນ, ນັກສຶກສາ ແລະບັນດາສະໂມສອນຂອງແຂວງເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ. ຜ່ານງານມະໂຫລານແນໃສ່ສືບຕໍ່ເຊີດຊູ, ອະນຸລັກຮັກສາ ແລະເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳ ແລະຄວາມງາມທີ່ເປັນເອກະລັກສະເພາະຂອງຊຸດອາພອນປະຈຳເຜົ່າ, ເສີມຂະຫຍາຍບັນດາມໍລະດົກ ເຊິ່ງ UNESCO ໄດ້ຮັບຮອງ...

ໜັງສືພິມກອງທັບປະຊາຊົນຫວຽດນາມ ແນະນຳບາງຮູບພາບຂອງງານມະໂຫລານສິລະປະຟ້ອນແຊໄທ ໃນຂອບເຂດປີທ່ອງທ່ຽວແຫ່ງຊາດ - ດ້ຽນບຽນ 2024:

leftcenterrightdel
ເປັນຄັ້ງທຳອິດທີ່ຈັດຂຶ້ນ, ແຕ່ບັນດາທີມຟ້ອນແຊໄທຢູ່ແຂວງ ດ້ຽນບຽນ ທີ່ເຂົ້າຮ່ວມງານມະໂຫລານເກືອບທັງໝົດລ້ວນແຕ່ມີການກະກຽມຢ່າງລະອຽດ... ພາບ: qdnd.vn
leftcenterrightdel
ການແຂ່ງຂັນຂອງນັກຮຽນ ໂຮງຮຽນມັດທະຍົມຕອນປ່າຍ ເມືອງ ດ້ຽນບຽນ, ແຂວງ ດ້ຽນບຽນ. ພາບ: ອານຈີ
leftcenterrightdel
ບັນດານັກສິລະປິນຟ້ອນແຊໄທ ຢູ່ແຂວງ ດ້ຽນບຽນ ຕັ້ງໜ້າເຂົ້າຮ່ວມການຟ້ອນແຊໃນງານບຸນໃຫຍ່. ພາບ: qdnd.vn
leftcenterrightdel
ການຟ້ອນແຊທີ່ສ້າງຄວາມປະທັບໃຈຂອງບັນດາທີມຟ້ອນແຊທີ່ມາຈາກບັນດາທ້ອງຖິ່ນໃນແຂວງ ດ້ຽນບຽນ. ພາບ: qdnd.vn
leftcenterrightdel
ຊາວໜຸ່ມຊົນເຜົ່າໄທຢູ່ດ້ຽນບຽນ ເປັນຈຳນວນຫຼວງຫຼາຍ ກໍ່ໄດ້ເຂົ້າຮ່ວມການຝຶກແອບ ແລະແຂ່ງຂັນຟ້ອນແຊ, ສືບທອດວັດທະນະທຳທີ່ພົ້ນເດັ່ນຂອງຊົນເຜົ່າຕົນ. ພາບ: qdnd.vn

ໂດຍ: ຈາງຫງວຽນ