ພະແນກວັດທະນະທຳ ແລະກິລານະຄອນ ໂຮ່ຈີມິນ ຫາກໍ່ຍື່ນສະເໜີຕໍ່ຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ກ່ຽວກັບການປັບປຸງບົດລາຍງານອຸໂມງໃຕ້ດິນ ກູຈີ ໂດຍຫຍໍ້ ແລະອະທິບາຍບາງເນື້ອໃນກັບກະຊວງວັດທະນະທຳ ແລະທ່ອງທ່ຽວກ່ຽວກັບການຍື່ນສະເໜີຕໍ່ອົງການສະຫະປະຊາຊາດ ເພື່ອການສຶກສາ, ວິທະຍາສາດ,  ແລະວັດທະນະທຳ (UNESCO) ເພື່ອຈັດປູສະນີຍະສະຖານນີ້ເຂົ້າບັນຊີລາຍຊື່ຄະເນສ້າງສໍາເນົາເອກະສານມໍລະດົກໂລກ.

leftcenterrightdel
ເສັ້ນທາງໃນອຸໂມງໃຕ້ດິນກູຈີ. ພາບ: hanoimoi.vn

ກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວ ພວມລໍຖ້າຄໍາເຫັນຕີລາຄາເປັນເອກະພາບຈາກອົງການກ່ຽວຂ້ອງເພື່ອລາຍງານຕໍ່ນາຍົກລັດຖະມົນຕີພິຈາລະນາ, ອະນຸຍາດໃຫ້ກະຊວງສົມທົບກັບຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ ຈົດທະບຽນກັບສູນມໍລະດົກໂລກ UNESCO ເພື່ອຈັດອຸໂມງໃຕ້ດິນກູຈີ ເຂົ້າບັນຊີລາຍຊື່ສະເໜີຄະເນສ້າງສຳເນົາເອກະສານມໍລະດົກໂລກ.

ຫ່າງຈາກໃຈກາງນະຄອນ ໂຮ່ຈີມິນ ໄປທາງທິດຕາເວັນຕົກສ່ຽງເໜືອປະມານ 70 ກິໂລແມັດ, ອຸໂມງໃຕ້ດິນກູແມ່ນປູສະນີຍະສະຖານທີ່ເປັນເອກະລັກສະເພາະດ້ວຍລະບົບອຸໂມງໃຕ້ດິນທີ່ສັບສົນ, ຍາວປະມານ 250 ກິໂລແມັດ. ນອກຈາກຄວາມໝາຍທາງປະຫວັດສາດ ແລະວັດທະນະທຳອັນໃຫຍ່ຫຼວງແລ້ວ, ມາຮອດປະຈຸບັນ, ອຸໂມງໃຕ້ດິນແມ່ນສະຖານທີ່ທ່ອງທ່ຽວທີ່ສ້າງຄວາມດຶງດູດນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດ. ອຸໂມງໃຕ້ດິນກູຈີ ໄດ້ຈັດອັນດັບເປັນເຂດປູສະນີຍະສະຖານລະດັບຊາດພິເສດໃນປີ 2015.

ໂດຍ: ທະນາພອນ