ຄະນະກຳມະການປະຊາຊົນແຂວງ ກວ໋າງນາມ ຫາກໍ່ຍື່ນໃບສະເໜີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ໃຫ້ເປັນເສນາທິການແກ່ລັດຖະບານ ເພື່ອອະນຸມັດຜ່ານ ແຜນຮ່າງ “ອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳໂລກ ຄຸ້ມເມືອງເກົ່າ ໂຮ້ຍອານ ຮອດປີ 2030, ກຳນົດທິດຮອດປີ 2035”. ແຂວງ ກວ໋າງນາມ ໄດ້ວາງເປົ້າໝາຍຮອດປີ 2035 ຈະອະນຸລັກຮັກສາລັກສະນະສະພາບເດີມ, ລັກສະນະຖືກຕາມຕົວຈິງ ແລະ ຄຸນຄ່າພົ້ນເດັ່ນທົ່ວໂລກຂອງມໍລະດົກວັດທະນະທຳໂລກ ຄຸ້ມເມືອງເກົ່າ ໂຮ້ຍອານ.

leftcenterrightdel
ເປົ້າໝາຍຂອງແຜນຮ່າງ ແມ່ນອະນຸລັກຮັກສາລັກສະນະສະພາບເດີມ, ລັກສະນະຖືກຕາມຕົວຈິງ ແລະ ຄຸນຄ່າພົ້ນເດັ່ນທົ່ວໂລກຂອງມໍລະດົກວັດທະນະທຳໂລກ ຄຸ້ມເມືອງເກົ່າ ໂຮ້ຍອານ. ພາບ: vovworld.vn

ຂອບເຂດປະຕິບັດແຜນຮ່າງນີ້ໃນບໍລິເວນນະຄອນ ໂຮ້ຍອານ, ຈຸດສຸມແມ່ນຄຸ້ມເມືອງເກົ່າໂຮ້ຍອານ ແລະ ບາງສະຖານທີ່ອື່ນໆຢູ່ເຂດອ້ອມແອ້ມນະຄອນ ໂຮ້ຍອານ ທີ່ກ່ຽວຂ້ອງເຖິງການເຄື່ອນໄຫວຄຸ້ມຄອງ, ອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າຂອງມໍລະດົກວັດທະນະທຳໂລກ ຄຸ້ມເມືອງເກົ່າ ໂຮ້ຍອານ. ທ່ານ ຫງວຽນແທັງຮົ່ງ, ຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ກວ໋າງນາມ ໃຫ້ຮູ້ວ່າ:

“ພວກຂ້າພະເຈົ້າໄດ້ວາງເປົ້າໝາຍສູງສຸດ ນັ້ນແມ່ນທັງອະນຸລັກຮັກສາບັນດາຄຸນຄ່າວັດທະນະທຳ, ບັນດາຄຸນຄ່າຊຸມຊົນ ທັງພັດທະນາບັນດາຄຸນຄ່ານັ້ນ ເພື່ອຍົກສູງລາຍຮັບໃຫ້ແກ່ປະຊາຊົນ ແລະ ປົວແປງສະພາບແວດລ້ອມຊີວະພາບ, ບູລະນະປະຕິສັງຂອນບັນດາມໍລະດົກທີ່ເປັນວັດຖຸ ແລະ ບໍ່ເປັນວັດຖຸຢູ່ນະຄອນນີ້.”

ແຫຼ່ງຄັດຈາກ vovworld.vn