ເຂົ້າຮ່ວມພິທີມີ ທ່ານ ເຈິ່ນລືວກວາງ ກໍາມະການສູນການພັກ, ຮອງນາຍົກລັດຖະມົນຕີຫວຽດນາມ ພ້ອມດ້ວຍແຂກທ່ອງທ່ຽວພາຍໃນ, ຕ່າງປະເທດ ແລະປະຊາຊົນທ້ອງຖິ່ນເປັນຈຳນວນຫຼວງຫຼາຍ.

leftcenterrightdel
ລາຍການຟ້ອນລຳດົນຕີສົມທົບກັບສຽງ ແລະແສງສີທີ່ພິທີໄຂ Festival ທະເລ ຍາຈາງ-ແຄ໋ງຮວ່າ ປີ 2023. ພາບ: ຢຸຍຫຽນ

ດຳເນີນໄປແຕ່ວັນທີ 3 – 6 ມິຖຸນາ ດ້ວຍຫົວຂໍ້ “ແຄ໋ງຮວ່າ - ຄາດຫວັງພັດທະນາ”, ເຫດການມີກວ່າ 70 ກິດຈະກຳເຄື່ອນໄຫວ, ລາຍການສະແດງສິລະປະທີ່ເປັນເອກະລັກພິເສດ, ແສງໄຟທັນສະໄໝສະແດງໃຫ້ເຫັນຄວາມເອກອ້າງທະນົງໃຈຕໍ່ທະເລ, ໝູ່ເກາະ, ຍ້ອງຍໍຄວາມຮັ່ງມີຂອງທະເລ, ... ຈຸດພິເສດສະເພາະຂອງດິນແດນແຫ່ງເກດສະໜາ, ທະເລນົກແອ່ນ. ຈຸດພົ້ນເດັ່ນໃນຄ່ຳຄືນໄຂແມ່ນລາຍການຟ້ອນລໍາດົນຕີສົມທົບກັບ ສຽງ, ແສງສີ, ດ້ວຍການເຂົ້າຮ່ວມນັກສະແດງ 700 ຄົນ. ພ້ອມກັນນັ້ນແມ່ນການສະແດງແສງສີພິເສດ 1.653 drone light (ອຸປະກອນບິນບໍ່ມີຄົນຂັບ) ຈັດເປັນຮູບພາບບັນດາທັດສະນີຍະພາບ, ສັນຍາລັກຂອງ ແຄ໋ງຮວ່າ ໃນທ້ອງຟ້ານະຄອນ ຍາຈາງ ເຊັ່ນ: ທາດບ່າ Ponagar, ທາດເຈິ່ມເຮືອງ...

ໂດຍ: ທະນາພອນ