leftcenterrightdel
ພິທີມອບລາງວັນ. ພາບ: VFF

ຕອນບ່າຍວັນທີ 23 ພຶດສະພາ, ທີ່ສະຫະພັນບານເຕະ ຫວຽດນາມ (VFF) ຢູ່ ຮ່າໂນ້ຍ, ໄດ້ຈັດພິທີມອບລາງວັນໃຫ້ແກ່ທີມບານເຕະຍິງ ຫວຽດນາມ ແລະ U22 ຫວຽດນາມ. ທີ່ງານມະຫາກຳກິລາອາຊີຕາເວັນອອກສ່ຽງໃຕ້ (SEA Games 32) ຫາກໍ່ຈັດຂຶ້ນຢູ່ ກຳປູເຈຍ, ທີມບານເຕະຍິງ ຫວຽດນາມ ຄວ້າໄດ້ຫຼຽນຄຳ. ໃນຂະນະນັ້ນ, ທິມບານເຕະ U22 ຫວຽດນາມ ຄວ້າໄດ້ຫຼຽນທອງ. ທ່ານ ເຈິ່ນກວກຕວນ, ປະທານ VFF, ຖືວ່າ:

“ສຳລັບທິມນັກກິລາຍິງ ຫວຽດນາມ, ຫຼຽນຄຳນີ້ມີຄວາມໝາຍປະຫວັດສາດ, ຍ້ອນບໍ່ພຽງແຕ່ເປັນເທື່ອທີ 8 ທີ່ພວກເຮົາຄວ້າໄດ້ໃນງານມະຫາກຳກິລາເທົ່ານັ້ນ, ຫາກຍັງແມ່ນເທື່ອທີ 4 ຢ່າງລຽນຕິດອີກດ້ວຍ. ນີ້ແມ່ນບັນດາຜົນງານມີລັກສະນະປະຫວັດສາດ ຍ້ອນມີພຽງທີມກິລາບານເຕະຍິງ ຫວຽດນາມ ຄວ້າໄດ້ໃນຕະຫຼອດວິວັດການຈັດ SEA Games”.

ທີ່ພິທີມອບລາງວັນ, ທີມບານເຕະຍິງ ຫວຽດນາມ ໄດ້ຮັບຈຳນວນເງິນທັງໝົດ 200.000  USD ແລະ U22 ຫວຽດນາມ ໄດ້ຮັບປະມານ 100.000 USD ຈາກສະຫະພັນບານເຕະ ຫວຽດນາມ.

ໂດຍ: ວິທະຍຸກະຈາຍສຽງຫວຽດນາມ