“ງານບຸນສາບານຄວາມສັດຊື່ ແລະກະຕັນຍູ” ຢູ່ວິຫານດົ່ງໂກ໋ ແມ່ນມໍລະດົກວັດທະນະທຳນາມມະທໍາແຫ່ງຊາດ
ກປ.ອອນໄລ - ຕອນຄ່ຳວັນທີ 21 ພຶດສະພາ, ຄະນະກຳມະການປະຊາຊົນເມືອງ ໄຕໂຮ່ (ຮ່າໂນ້ຍ) ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 995 ປີແຫ່ງ “ງານບຸນສາບານຄວາມສັດຊື່ ແລະກະຕັນຍູ” ຢູ່ວິຫານດົ່ງໂກ໋ (1028-2023) ແລະພິທີປະກາດຂໍ້ຕົກລົງວ່າດ້ວຍການເອົາ “ງານບຸນສາບານຄວາມສັດຊື່ ແລະກະຕັນຍູ” ເຂົ້າໃນບັນຊີລາຍຊື່ມໍລະດົກວັດທະນະທຳນາມມະທໍາແຫ່ງຊາດ. ທ່ານ ຫງວຽນຈ້ອງເຫງ້ຍ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງ ໄດ້ເຂົ້າຮ່ວມ ແລະມອບກະຕ່າດອກໄມ້ອວຍພອນ.
    |
 |
ທ່ານ ຫງວຽນຈ້ອງເຫງ້ຍ ມອບກະຕ່າດອກໄມ້ອວຍພອນອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນເມືອງໄຕໂຮ່. ພາບ: ຮວ່າຍເຟືອງ. |
ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານ ຫງວຽນດິ່ງຂວຽນ, ຮອງເລຂາພັກເມືອງ, ປະທານຄະນະກຳມະການປະຊາຊົນເມືອງໄຕໂຮ່ ຢືນຢັນວ່າ: “ນີ້ແມ່ນງານບຸນທີ່ເປັນເອກະລັກ, ມີຄຸນຄ່າວັດທະນະທຳມະນຸດຢ່າງເລິກເຊິ່ງ, ສະແດງໃຫ້ເຫັນຄຸນລັກສະນະ, ຮີດຄອງປະເພນີຂອງຫວຽດນາມ ຢ່າງຈະແຈ້ງ. ເນື່ອງໃນໂອກາດສະເຫຼີມສະຫຼອງງານບຸນປີນີ້, ພວກຂ້າພະເຈົ້າໄດ້ເຊີດຊູມໍລະດົກທີ່ມີຄຸນຄ່າຍືນຍົງ ແລະມີພະລັງຊີວິດອັນແຮງກ້າ; ຮັບຮູ້ ແລະເຊີດຊູບັນດາຄວາມມານະພະຍາຍາມຂອງຄະນະພັກ, ອຳນາດການປົກຄອງຂອງຕາແສງເບື້ອຍ, ບັນດາຫ້ອງ, ຂະແໜງການທີ່ກ່ຽວຂ້ອງຂອງເມືອງໄຕໂຮ່ ແລະວົງຄະນະຍາດ, ປະຊາຊົນໃນການອະນຸລັກຮັກສາ, ເສີມຂະຫຍາຍຄຸນຄ່າຂອງປູຊະນີຍະສະຖານປະຫວັດສາດ-ວັດທະນະທຳ ວິຫານດົ່ງໂກ໋ ແລະ “ງານບຸນສາບານຄວາມສັດຊື່ ແລະກະຕັນຍູ"; ພ້ອມທັງຊຸກຍູ້ຄວາມຮັບຜິດຊອບໃນການອະນຸລັກຮັກສາ, ເສີມຂະຫຍາຍມໍລະດົກເພື່ອຮັບໃຊ້ໃຫ້ການພັດທະນາເສດຖະກິດ - ສັງຄົມຂອງເມືອງໃນຊຸມປີຕໍ່ໄປ”.
ທີ່ພິທີສະເຫຼີມສະຫຼອງ, ທ່ານ ຮວ່າງດ້າວເກືອງ, ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວຫວຽດນາມ ໄດ້ມອບໃບຢັ້ງຢືນເອົາ “ງານບຸນສາບານຄວາມສັດຊື່ ແລະກະຕັນຍູ” ເຂົ້າໃນບັນຊີລາຍຊື່ມໍລະດົກວັດທະນະທຳນາມມະທໍາແຫ່ງຊາດ ໃຫ້ອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນເມືອງໄຕໂຮ່.
ໂດຍ: ຈາງຫງວຽນ