ໄຂງານບຸນບ້ານແຊນປີ 2023
ຕອນບ່າຍວັນທີ 12 ພຶດສະພາ, ຢູ່ສະໜາມຫຼວງ ໂຮ່ຈີມິນ, ນະຄອນວິງ, ແຂວງເງະອານ ໄດ້ຈັດພິທີໄຂງານບຸນບ້ານແຊນ (ຫຼືບ້ານດອກບົ່ວ) ປີ 2023. ຈຸດພົ້ນເດັ່ນຂອງງານບຸນດັ່ງກ່າວແມ່ນລາຍການສະແດງສິລະປະທີ່ມີຫົວຂໍ້ “ຜູ້ເປັນແມ່ຢູ່ບ້ານແຊນ” ຖືກຈັດຂຶ້ນພ້ອມກັນຢູ່ນະຄອນ ວິງ (ແຂວງ ເງະອານ) ແລະນະຄອນ ເຫວ້ (ແຂວງເທື່ອທຽນເຫວ້ - ເຊິ່ງເປັນບ່ອນທີ່ຄາວເຍົາໄວ ປະທານໂຮ່ຈີມິນ ແລະຄອບຄົວດຳລົງຊີວິດເປັນເວລາເກືອບ 10 ປີ).
    |
 |
ໄຂງານບຸນບ້ານແຊນປີ 2023. ພາບ: vovworld.vn |
ນີ້ແມ່ນການເຄື່ອນໄຫວຖືກຈັດຂຶ້ນເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດ ປ້າ ຮວ່າງທິລວານ (ມານດາຂອງປະທານ ໂຮ່ຈີມິນ) ຄົບຮອບ 155 ປີ ແລະວັນຄ້າຍວັນເກີດປະທານໂຮ່ຈີມິນ ຄົບຮອບ 133 ປີ (ວັນທີ 19 ພຶດສະພາ 1890 – ວັນທີ 19 ພຶດສະພາ 2023).
ທ່ານ ຫງວຽນດຶກຈູງ, ປະທານຄະນະກຳມະການປະຊາຊົນແຂວງ ເງະອານ ໃຫ້ຮູ້ວ່າ: “ບັນດາການເຄື່ອນໄຫວຢູ່ງານບຸນ ແມ່ນເພື່ອແນໃສ່ໂຄສະນາເຜີຍແຜ່ກ່ຽວກັບຊີວິດ ແລະພາລະກິດປະຕິວັດຂອງປະທານໂຮ່ຈີມິນ, ສືບຕໍ່ຍູ້ແຮງການຮ່ຳຮຽນ ແລະປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງເພິ່ນ. ນີ້ກໍແມ່ນໂອກາດເພື່ອແນະນຳ, ໂຄສະນາມວນຊົນທັງຢູ່ພາຍໃນ ແລະເພື່ອນມິດສາກົນກ່ຽວກັບວັດທະນະທຳບ້ານແຊນ (ບ້ານດອກບົ່ວ), ດິນແດນເງະອານ ທີ່ຂະຫຍັນຂັນເຄື່ອນ, ເປັນມິດສະໜິດສະໜົມ ແລະຍາມໃດກໍ່ເປີດກວ້າງໂອກາດຮ່ວມມືພັດທະນາ”.
ງານບຸນດັ່ງກ່າວຈັດຂຶ້ນແຕ່ວັນທີ 12 ພຶດສະພາ ຫາວັນທີ 19 ພຶດສະພາ ດ້ວຍກິດຈະກຳທີ່ມີຫຼາຍຮູບແບບຈາກຫຼາຍຂົງເຂດ, ຄື: ວັດທະນະທຳ, ກິລາ ແລະທ່ອງທ່ຽວ.
ໂດຍ: ວິທະຍຸກະຈາຍສຽງຫວຽດນາມ