leftcenterrightdel
ປະຕິບັດພິທີຖະຫວາຍທູບທຽນ ທີ່ວິຫານຫ້ວຍຕຽນ. ພາບ: ສໍານັກຂ່າວສານຫວຽດນາມ

ນີ້ແມ່ນງານບຸນທີ່ເປັນມູນເຊື້ອຂອງທ້ອງຖິ່ນ ເຊິ່ງໄດ້ຈັດຂຶ້ນທຸກໆປີ ເພື່ອສະແດງຄວາມຮູ້ບຸນຄຸນ ແລະອາໄລຫາບັນພະບຸລຸດທີ່ມີຄຸນງາມຄວາມດີໃນພາລະກິດແຫ່ງການສ້າງສາ ແລະປົກປັກຮັກສາປະເທດຊາດ, ພາວະນາຂໍໃຫ້ປະເທດຊາດມີຄວາມສະຫງົບສຸກ, ປະຊາຊົນມີຄວາມສຸກຄວາມຈະເລີນ, ດິນຟ້າອາກາດເອື້ອອຳນວຍຄວາມສະດວກ.

leftcenterrightdel
ປະຕິບັດພິທີແຫ່ເຮືອມັງກອນ ທີ່ງານບຸນ. ພາບ: ສໍານັກຂ່າວສານຫວຽດນາມ

ປີນີ້, ງານບຸນໄດ້ຈັດຂຶ້ນຂະໜາດໃຫຍ່ດ້ວຍການເຂົ້າຮ່ວມຂອງປະຊາຊົນ ແລະນັກທ່ອງທ່ຽວຈາກທຸກສາລະທິດເປັນຈຳນວນຫຼວງຫຼາຍ. ເມື່ອເຂົ້າຮ່ວມງານບຸນຈ່າງອານ, ພາຍຫຼັງລົງເຮືອຈາກທ່າຈ່າງອານ, ບັນດາຜູ້ແທນ ແລະນັກທ່ອງທ່ຽວ ຈະດຳເນີນພິທີແຫ່ເຮືອມັງກອນ ແລະປະຕິບັດພິທີແຫ່ນ້ຳຕາມຮີດຄອງປະເພນີ. ຕາມສາຍນ້ຳໄດ້ພາໄປເຖິງເຂດດໍາເນີນພິທີ, ນັກທ່ອງທ່ຽວຈະໄດ້ຮັບຊົມລາຍການສະແດງສິລະປະວັດທະນະທຳທີ່ເປັນເອກະລັກສະເພາະຂອງບັນດາເຂດ, ພາກໃນທົ່ວປະເທດ.

ງານບຸນຈ່າງອານ ແມ່ນໂອກາດເພື່ອສຶກສາໃຫ້ຄົນລຸ້ນຫຼັງເສີມຂະຫຍາຍມູນເຊື້ອຮັກຊາດ, ຄວາມເອກອ້າງທະນົງໃຈຂອງຊາດ ແລະຄວາມຍອດຍິ່ງແຫ່ງນ້ຳໃຈສາມັກຄີຂອງຊາດຫວຽດນາມ ໃນພາລະກິດແຫ່ງການສ້າງສາ ແລະປົກປັກຮັກສາປະເທດຊາດ.

ໂດຍ: ທູຈາງ