leftcenterrightdel
ຫວຽດນາມ ເປັນສະມາຊິກທາງການຂອງ FIAP ແຕ່ປີ 1993. ພາບ: qdnd.vn

ນີ້ແມ່ນຄັ້ງທີ 2 ທີ່ຫວຽດນາມ ເປັນເຈົ້າພາບຈັດຕັ້ງກອງປະຊຸມນີ້. ກອງປະຊຸມຈະສຸມໃສ່ປຶກສາຫາລືກ່ຽວກັບແຜນການຜັນຂະຫຍາຍຂະບວນການເກັບກໍາສະແຕມຢູ່ພາກພື້ນອາຊີ-ປາຊີຟິກ ພາຍຫຼັງໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19 ເປັນເວລາຍາວນານ. ພ້ອມກັນນັ້ນ, ກໍ່ຈັດໂຄງການຝຶກອົບຮົມ ເພື່ອຍົກສູງລະດັບຄວາມຮູ້ ແລະທັກສະການສ້າງ ແລະຍົກລະດັບບັນດາຊຸດສະແຕມເພື່ອເຂົ້າຮ່ວມງານວາງສະແດງສະແຕມສາກົນ. ນອກຈາກນັ້ນ, ກອງປະຊຸມກໍ່ສະຫງວນເວລາເພື່ອປຶກສາຫາລືກ່ຽວກັບແຜນການຊ່ວຍສະມາຄົມສະແຕມຫວຽດນາມ ກາຍເປັນສະມາຊິກທາງການຂອງໂຄງການວາງສະແດງປະຈຳປີຂອງ 5 ປະເທດອາຊຽນ.

ໂດຍ: ທະນາພອນ