leftcenterrightdel
ແຂກຢ້ຽມຊົມເຂດວາງສະແດງຫົວເລື່ອງ. ພາບ: ເລຮ໊ຽວ

ງານວາງສະແດງໄດ້ແນະນຳຮູບພາບ 45 ແຜ່ນ, ວັດຖຸພັນ130 ຢ່າງໄດ້ແບ່ງອອກເປັນ 8 ຫົວເລື່ອງກົງກັບ 8 ໝວດພາສາ ແລະ 1 ບົດແນະນຳລວມກ່ຽວກັບຊຸດອາພອນບັນດາເຜົ່າຢູ່ແຂວງດັກລັກ. ເນື່ອງໃນໂອກາດນີ້, ຫໍພິພິທະພັນດັກລັກ ກໍ່ໄດ້ຮັບໃຊ້ແຂກຢ້ຽມຊົມຜ່ານລະບົບບັນລະຍາຍເອເລັກໂຕນິກ. ລະບົບນີ້ໄດ້ຕິດຕັ້ງຢູູ່ຕາມເຂດວາງສະແດງ, ລວມມີ: ຊີວະນາໆພັນ, ວັດທະນະທໍາຊົນເຜົ່າ ແລະປະຫວັດສາດ, ໄດ້ປະມວນເອົາເລື່ອງລາວ ທີ່ພົ້ນເດັ່ນຕ່າງໆເຊິ່ງໄດ້ຄັດເລືອກຢ່າງລະອຽດກ່ຽວກັບເນື້ອໃນ, ຊ່ວຍແຂກທ່ອງທ່ຽວຊອກຮູ້ຂໍ້ມູນຂ່າວສານໃນການວາງສະແດງຢູ່ຫໍພິພິທະພັນ.

ໂດຍ: ໄຊນີດາ