ນັກທ່ອງທ່ຽວມາຮ່າໂນ້ຍ ໃນ 2 ເດືອນຕົ້ນປີ 2023 ເພີ່ມຂຶ້ນຢ່າງແຮງ
ກປ.ອອນໄລ - ຕາມພະແນກທ່ອງທ່ຽວຮ່າໂນ້ຍ ແລ້ວ, ນັບແຕ່ຕົ້ນປີມາຮອດປະຈຸບັນ, ການເຄື່ອນໄຫວທ່ອງທ່ຽວໃນບໍລິເວນນະຄອນ ພວມມີສັນຍານທີ່ຕັ້ງໜ້າ, ຈຳນວນນັກທ່ອງທ່ຽວມາຢາມຮ່າໂນ້ຍ ນັບມື້ນັບເພີ່ມຂຶ້ນ.
ລາຍລະອຽດ, 2 ເດືອນຕົ້ນປີນີ້, ຍອດຈຳນວນນັກທ່ອງທ່ຽວມາຢາມຮ່າໂນ້ຍ ບັນລຸ 3,73 ລ້ານເທື່ອຄົນ, ເພີ່ມຂຶ້ນທົບ 2,8 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນນັ້ນ, ນັກທ່ອງທ່ຽວສາກົນມາຮ່າໂນ້ຍ ຄາດວ່າບັນລຸ 535 ພັນເທື່ອຄົນ.
    |
 |
ນັກທ່ອງທ່ຽວມາຢາມຮ່າໂນ້ຍ ໃນ 2 ເດືອນຕົ້ນປີ 2023 ເພີ່ມຂຶ້ນຢ່າງແຮງ. ພາບ: ມິງແອງ |
ເພື່ອດຶງດູດນັກທ່ອງທ່ຽວ, ນະຄອນພວມຍູ້ແຮງການພັດທະນາບັນດາຜະລິດຕະພັນທ່ອງທ່ຽວຍາມກາງຄືນ, ຄື: ເຮັດໃໝ່ການເຄື່ອນໄຫວຢູ່ຖະໜົນຍ່າງອ້ອມໜອງຮວ່ານກ໊ຽນ; ຜັນຂະຫຍາຍເຂດຍ່າງອ້ອມຂ້າງໜອງທ່ຽນກວາງ - ສວນສາທາລະນະ ທົງເຍີດ, ເມືອງ ຮາຍບ່າຈືງ... ພະແນກທ່ອງທ່ຽວຮ່າໂນ້ຍ ສົມທົບກັບບັນດາວິສາຫະກິດທ່ອງທ່ຽວ ແລະບັນດາສະຖານທີ່ທ່ອງທ່ຽວ, ພິເສດແມ່ນບັນດາສະຖານທີ່ທ່ອງທ່ຽວແມ່ນເຂດມໍລະດົກ ເພື່ອສ້າງບັນດາຜະລິດຕະພັນທ່ອງທ່ຽວຍາມກາງຄືນ ແລະທ່ອງທ່ຽວບົນພື້ນຖານຂຸດຄົ້ນບັນດາຄຸນຄ່າພື້ນເມືອງ.
ໂດຍ: ທະນາພອນ