ນັກຈິດຕະກອນຜູ້ທໍາອິດຂອງຫວຽດນາມ ຍາດເອົາລາງວັນພາບແຕ້ມສີນໍ້າຂອງອາເມລິກາ
ກປ.ອອນໄລ - ພາບແຕ້ມ “ບໍ່ຖາວອນ” ຂອງນັກຈິດຕະກອນ ຕວ໊ານຫງວຽນ ໄດ້ລື່ນກາຍເກືອບ 2.000 ພາບແຕ້ມ ຂອງນັກຈິດຕະກອນເກືອບ 1.000 ຄົນ ທີ່ມາຈາກຫຼາຍປະເທດ ແລະຍາດໄດ້ລາງວັນ Best of show - ລາງວັນພາບແຕ້ມສີນໍ້າສາກົນ ຢູ່ອາເມລິກາ ໂດຍວາລະດສານ Watercolor Artist ຂອງ ອາເມລິກາ ຈັດຕັ້ງ.
    |
 |
ນັກຈິດຕະກອນ ຕວ໊ານຫງວຽນ. ພາບ: vietnamnet.vn |
ຜ່ານພາບແຕ້ມ, ນັກຈິດຕະກອນ ໄດ້ຖ່າຍທອດປະສົບການຂອງຕົນເມື່ອປະສິດຄິດສ້າງພາບແຕ້ມ ແລະກາຍເປັນລາງວັນໃຫ້ການອອກແຮງງານທີ່ເຕັມໄປດ້ວຍຄວາມສະເທືອນໃຈຂອງອ້າຍ.
ແນວຄິດສິລະປະຂອງນັກຈິດຕະກອນ ຕວ໊ານຫງວຽນ ສະແດງໃຫ້ເຫັນທາດແທ້ຕົນເອງ. ອ້າຍແບ່ງປັນວ່າ ນັ້ນແມ່ນທັດສະນະ, ແນວຄວາມຄິດ ຫຼືຄວາມສະເທື່ອນໃຈຂອງຕົນ ຕໍ່ສິ່ງທີ່ອ້າຍສັງເກດ, ເອົາໃຈໃສ່, ນິຍົມຊົມຊອບ ຫຼືເປັນຫ່ວງໃນຊີວິດ. ສິ່ງດັ່ງກ່າວໄດ້, ກໍາລັງ ແລະຈະແມ່ນແຮງບັນດານໃຈຕົ້ນຕໍໃຫ້ພາບແຕ້ມທັງໝົດຂອງນັກຈິດຕະກອນ ຕວ໊ານຫງວຽນ.
ໂດຍ: ທູຈາງ