ຈໍາໜ່າຍປຶ້ມ “50 ປີແຫ່ງວັນເຊັນສັນຍາປາຣີ - ຂີດໝາຍປະຫວັດສາດ”
ກປ.ອອນໄລ - ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນເຊັນສັນຍາປາຣີ (27-1-1973 / 27-1-2023), ສະມາຄົມວິທະຍາສາດປະຫວັດສາດຫວຽດນາມ ແລະສໍານັກພິມຈໍາໜ່າຍການເມືອງແຫ່ງຊາດຊື້ເທິດ ໄດ້ຈໍາໜ່າຍປຶ້ມ “50 ປີແຫ່ງວັນເຊັນສັນຍາປາຣີ - ຂີດໝາຍປະຫວັດສາດ”.
ປຶ້ມດັ່ງກ່າວໄດ້ສະແດງໃຫ້ເຫັນການນໍາພາທີ່ເກັ່ງກ້າສາມາດ, ສະຫຼາດສ່ອງໃສຂອງພັກ ແລະປະທານໂຮ່ຈີມິນ, ສະຕິປັນຍາຂອງພື້ນຖານການທູດ ປະຕິວັດຫວຽດນາມ, ໂດຍອີງໃສ່ຄວາມເປັນທໍາຂອງການຕໍ່ສູ້ປົດປ່ອຍຊາດ. ກອງປະຊຸມປາຣີ ແລະສັນຍາປາຣີ ໄດ້ເຂົ້າສູ່ປະຫວັດສາດການປະຕິວັດຫວຽດນາມ ເວົ້າລວມ ແລະການທູດຫວຽດນາມໃນຍຸກສະໄໝໂຮ່ຈີມິນ ເວົ້າສະເພາະປຽບເໝືອນດັ່ງຂີດໝາຍທີ່ບໍ່ອາດຫຼົງລືມໄດ້. ສັນຍາປາຮີ ຍັງແມ່ນພະຍານຫຼັກຖານ ຂອງພາລະກິດແຫ່ງການຕໍ່ສູ້ເປັນທໍາຂອງຊົນຊາດຫວຽດນາມ ເຊິ່ງໄດ້ຮັບການສະໜັບສະໜູນຢ່າງແຮງ ຈາກປະຊາຊົນ ກ້າວໜ້າໃນທົ່ວໂລກ.
    |
 |
ໜ້າປົກຂອງປຶ້ມ “50 ປີແຫ່ງວັນເຊັນສັນຍາປາຣີ - ຂີດໝາຍປະຫວັດສາດ”. |
ດ້ວຍເອກະສານທີ່ລໍ້າຄ່າ, ປຶ້ມດັ່ງກ່າວຈະຊ່ວຍໃຫ້ເພື່ອນຜູ້ອ່ານເຂົ້າເຖິງເຫດການປະຫວັດສາດ, ຂໍ້ມູນທີ່ເປັນຂີດໝາຍສະຫງ່າລາສີໃນປະຫວັດສາດການປະຕິວັດຫວຽດນາມ ເວົ້າລວມ, ຂອງພື້ນຖານການທູດຫວຽດນາມ ແລະສິລະປະຍຸດ “ທັງຕໍ່ສູ້ ທັງເຈລະຈາ” ເວົ້າສະເພາະ.
ໂດຍ: ທູຈາງ