ທີ່ສວນສາທາລະນະວັດທະນະທໍາກໍ່ດົງດາ (ຮ່າໂນ້ຍ), ຄະນະພັກເມືອງ, ສະພາປະຊາຊົນ, ຄະນະກໍາມະການປະຊາຊົນ, ຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ເມືອງດົງດາ ໄດ້ຈັດຕັ້ງພິທີງານບຸນສະເຫຼີມສະຫຼອງ 234 ປີແຫ່ງໄຊຊະນະງອກໂຮ່ຍ-ດົງດາ (1789-2023) ຢ່າງສົມກຽດ. ປີນີ້, ງານບຸນລວມມີບັນດາການເຄື່ອນໄຫວ ຄື: ພິທີແຫ່ວໍ, ຖະຫວາຍທູບທຽນ, ໄຫວ້ບູຊາ, ສະແດງກອນລຳປະຫວັດສາດກ່ຽວກັບໄຊຊະນະລະດູບານໃໝ່ ປີ 1789; ການລະຫຼິ້ນພື້ນເມືອງ, ການແຂ່ງຂັນໝາກຣຸກຈີນ...

leftcenterrightdel
ປະຊາຊົນ, ນັກທ່ອງທ່ຽວມາເຂົ້າຮ່ວມພິທີສະເຫຼີມສະຫຼອງ 234 ປີແຫ່ງໄຊຊະນະງອກໂຮ່ຍ-ດົງດາ (1789-2023) ທີ່ສວນສາທາລະນະວັດທະນະທໍາກໍ່ດົງດາ (ຮ່າໂນ້ຍ). ພາບ: ເຈິ່ນຮວນ.

ໃນລະຫວ່າງວັນທີ 25-26 ມັງກອນ, ທີ່ຫໍພິພິທະພັນກວາງຈຸງ (ເມືອງໄຕເຊີນ, ແຂວງບິ່ງດິ້ງ), ຄະນະກໍາມະການປະຊາຊົນແຂວງບິ່ງດິ້ງ ຈັດຕັ້ງພິທີສະເຫຼີມສະຫຼອງ 234 ປີແຫ່ງໄຊຊະນະງອກໂຮ່ຍ-ດົງດາ ດ້ວຍການເຄື່ອນໄຫວຫຼາຍຢ່າງເພື່ອແນໃສ່ເຄົາລົບນັບຖື ແລະຈົດຈຳຄຸນງາມຄວາມດີ, ພາລະກິດຂອງເຈົ້າຊີວິດກວາງຈຸງ ພ້ອມກັບບັນດາເສນາອາໝາດ, ເຈົ້ານາຍໄດ້ຂັບໄລ່ສັດຕູ, ໂຮມປະເທດຊາດເປັນເອກະພາບ; ຫວນຄືນມູນເຊື້ອຕໍ່ສູ້ອັນສະຫງ່າອົງອາດຂອງປະເທດຊາດ, ປະກອບສ່ວນສຶກສານ້ຳໃຈຮັກຊາດໃຫ້ຮຸ່ນໜຸ່ມໃນປະຈຸບັນ ແລະໃນອະນາຄົດ.

ໂດຍ: ຈາງຫງວຽນ