ຍັງຈື່ວ່າ, ພາຍຫຼັງຄໍ່າຄືນວັນທີ 29 ທັນວາ 1972, ການຫຼອນຕີຍຸດທະສາດດ້ວຍເຮືອບິນ B-52  ຂອງກອງທັບອາກາດອາເມລິກາ ເຂົ້ານະຄອນຫຼວງຮ່າໂນ້ຍ ສິ້ນສຸດລົງດ້ວຍການເສຍໄຊຂອງອາເມລິກາ. ນັບແຕ່ຄືນນັ້ນ, ຮ່າໂນ້ຍ ກັບຄືນສູ່ສະພາບສະຫງົບສຸກ, ບໍ່ມີສຽງລະເບີດ B-52 ອີກແລ້ວ.

ຄາວນັ້ນ, ຊາວຮ່າໂນ້ຍ ໄດ້ຮັບຂ່າວວ່າ ສັນຍາປາຣີ ກ່ຽວກັບການຢຸດຕິສົງຄາມ, ສ້າງສັນຕິພາບຄືນໃໝ່ຢູ່ຫວຽດນາມ, ເຊິ່ງບັນດາຝ່າຍເຂົ້າຮ່ວມການເຈລະຈາໄດ້ເຊັນຢ່າງເປັນທາງການໃນວັນທີ 27 ມັງກອນ 1973.

leftcenterrightdel
ສັນຍາປາຣີ ກ່ຽວກັບການຢຸດຕິສົງຄາມ, ສ້າງສັນຕິພາບຄືນໃໝ່ຢູ່ຫວຽດນາມ. ພາບ: ເອກະສານ

ກ່ອນນີ້ເກືອບໜຶ່ງເດືອນ, ຊາວຮ່າໂນ້ຍ ເວົ້າສະເພາະ ແລະປະຊາຊົນພາກເໜືອ ເວົ້າລວມໄດ້ “ກະກຽມ” ຕ້ອນຮັບໄຊຊະນະ. ເລີ່ມແຕ່ຕອນບ່າຍ, ບັນດາຖະໜົນໃນນະຄອນຮ່າໂນ້ຍ ຄືວ່າມິດງຽບກວ່າ. ຄົນ ແລະລົດໄປມາຢູ່ທ້ອງຖະໜົນກໍ່ໜ້ອຍລົງ, ຕໍ່ມາຂ້າພະເຈົ້າ ຈຶ່ງຮູ້ໄດ້ວ່າສະພາບມິດງຽບຜິດປົກກະຕິນັ້ນ, ແມ່ນຍ້ອນທຸກຄົນ, ທຸກຄອບຄົວພວມມຸ່ງຫາ ປາຣີ, ດ້ວຍຄວາມເຊື່ອໝັ້ນຄວາມເປັນທຳຈະຊະນະຄວາມອະທຳ.

ຂ້າພະເຈົ້າ ຍັງຈື່ວ່າ, ໃນໄລຍະເວລາລໍຖ້ານັ້ນ ໃຜກຳລັງເຮັດວຽກຍັງບໍ່ແລ້ວກໍ່ຊັບຊ້ອນວຽກງານເພື່ອກັບເມືອບ້ານ. ຜູ້ໃດຢູ່ໄກນະຄອນຫຼວງແຕ່ຈິດໃຈມຸ່ງຫາ ຮ່າໂນ້ຍ.

ຄິດຊື່ໆກໍ່ມ່ວນແລ້ວ, ຂ້າພະເຈົ້າ ຢືນຢູ່ຕໍ່ໜ້າເຮືອນ, ເບິ່ງຖະໜົນ. ສ່ວນຢູ່ໃນເຮືອນ ພໍ່ຂ້າພະເຈົ້າ ໄດ້ຂຶ້ນຊັ້ນ 2. ເພິ່ນ ຫົ່ມຜ້ານອນເທິງຕ່ຽງ, ຄືແບບຄົນເຈັບຫັ້ນ. ເພິ່ນ ມີວິທະຍຸເຄິ່ງຊັກນຳໄຟຟ້າຂອງຈີນ. ສະນັ້ນ ຈຶ່ງນຳວິທະຍຸຕິດໂຕເພື່ອຮັບຟັງຂ່າວກ່ຽວກັບຜົນການເຊັນສັນຍາປາຣີ. ແລະຫຼາຍຊົ່ວໂມງຜ່ານໄປ, ເພິ່ນ ບໍ່ກ້າອອກຈາກຕ່ຽງຍ້ອນຢ້ານເວລາອອກຈາກນີ້ມີຂ່າວເຊັນສັນຍາຈະບໍ່ໄດ້ຟັງ. ໃຜກໍ່ຢາກເປັນຜູ້ທໍາອິດທີ່ໄດ້ຮັບ ແລະແຈ້ງຂ່າວໄຊຊະນະໃຫ້ທຸກຄົນ.

ຂ້າພະເຈົ້າ ຢືນຢູ່ຕໍ່ໜ້າເຮືອນ, ບໍ່ກ້າອອກໄປໃສ. ຕາເບິ່ງຖະໜົນແຕ່ຫູພັດຟັງຂ່າວຢູ່ຊັ້ນ 2. ຂ້າພະເຈົ້າ ລໍຖ້າສຽງພໍ່ກ່າວມາຈາກຊັ້ນ 2. ແມ່ ແລະເອື້ອຍເອີ້ນຂ້າພະເຈົ້າ ເຂົ້າມາກິນເຂົ້າຫຼາຍເທື່ອ. ຍາມນັ້ນ ຂ້າພະເຈົ້າ ມີອາຍຸພຽງ 15 ປີ, ເຊິ່ງແມ່ນເກນອາຍຸຍັງບໍ່ຫິວກໍ່ຢາກກິນ, ແຕ່ຄາວນັ້ນຂ້າພະເຈົ້າ ບໍ່ຢາກກິນເລີຍ. ຂ້າພະເຈົ້າ ຍັງຢືນຢູ່ຕໍ່ໜ້າເຮືອນທັງເບິ່ງຖະໜົນທັງລໍຖ້າໄດ້ຍິນສຽງພໍ່ຢູ່ຊັ້ນ 2.

ເວລາປະມານ 20 ໂມງ. ທໍາອິດຟັງສຽງຈ້ອບໆແຈ້ບໆ, ຫຼັງຈາກນັ້ນແມ່ນສຽງໝາກກະໂພກດັງກ້ອງກັງວານ. ເຮືອນໃກ້ບ້ານເຮົາເຊື່ອໝັ້ນຕໍ່ຜົນການເຈລະຈາຈຶ່ງໄຕ້ໝາກກະໂພກກ່ອນເພື່ອສ້າງບັນຍາກາດຟົດຟື້ນ.

ຕໍ່ມາສຽງໝາກກະໂພກກໍ່ດັງກ້ອງກັງວານໃນທົ່ວນະຄອນ. ຂ້າພະເຈົ້າ ບໍ່ຖ້າສຽງຮ້ອງໂຮຂອງພໍ່ອີກກໍ່ນຳເອົາໝາກກະໂພກຂອງຕົນມາຈູດເພື່ອພ້ອມກັບຊາວນະຄອນຊົມເຊີຍໄຊຊະນະພ້ອມກັບສຽງໝາກກະໂພກດັງກ້ອງກັງວານ ນັ້ນແມ່ນສຽງຮ້ອງໂຮຂອງຊາວຮ່າໂນ້ຍ: “ຊະນະແລ້ວ!”, “ສັນຍາປາຣີ ໄດ້ເຊັນແລ້ວ!.

ຊາວຮ່າໂນ້ຍ 50 ປີກ່ອນໄດ້ມີຄືນໜຶ່ງບໍ່ນອນຄືຈັ່ງຊັ້ນ. ເຂົາເຈົ້າ ບໍ່ນອນເພື່ອຊົມເຊີຍໄຊຊະນະ, ຮ້ອງໂຮກັບໄຊຊະນະ ແລະມ່ວນຊື່ນໃນສຽງດັງກ້ອງຂອງໝາກກະໂພກ.

ໂດຍ: ໄຊນີດາ