leftcenterrightdel
ພິທີຕັດແຖບຜ້າງານວາງສະແດງຫົວຂໍ້ “ບຸນເຕັດປີວອກ 1968 - ຂີດໝາຍປະຫວັດສາດ” ແລະງານວາງສະແດງໜັງສືພິມລະດູບານໃໝ່ປີເຖາະ 2023. ພາບ: baohanam.vn

ງານວາງສະແດງດ້ວຍເອກະສານ, ວັດຖຸພັນກວ່າ 100 ຢ່າງ, ຊ່ວຍໃຫ້ຜູ້ຊົມເຂົ້າໃຈຂະໜາດ, ຄວາມໝາຍປະຫວັດສາດຂອງບັ້ນບຸກໂຈມຕີ ແລະລຸກຮືຂຶ້ນຄັ້ງໃຫຍ່ໃນລະດູບານໃໝ່ປີວອກ 1968. ງານວາງສະແດງໜັງສືພິມລະດູບານໃໝ່ປີເຖາະ 2023 ໄດ້ແນະນໍາສື່ສິ່ງພິມພິເສດຊົມເຊີຍປີໃໝ່ຂອງບັນດາອົງການສຳນັກງານຂ່າວສານ, ວາລະສານສູນກາງ ແລະທ້ອງຖິ່ນ. ເນື່ອງໃນໂອກາດນີ້, ຫໍພິພິທະພັນແຂວງຮ່ານາມ ວາງສະແດງ “ຄວາມເຊື່ອຖືສາມພະແມ່ຂອງຊາວຫວຽດນາມ ຢູ່ຮ່ານາມ” ແລະສະທ້ອນໃຫ້ເຫັນວັດທະນະທໍາຕະຫຼາດບ້ານນາ, ການລະຫຼິ້ນພື້ນເມືອງ.

ໂດຍ: ຈາງຫງວຽນ