leftcenterrightdel
ລາຍການສະແດງສິລະປະທີ່ພິທີໄຂ. ພາບ: ຫຶວເຈື້ອງ.

ເປີດສາກພິທີໄຂດ້ວຍລາຍການສະແດງສິລະປະທີ່ມີຫົວຂໍ້ວ່າ “ຮວາລື ດັງກ້ອງກັງວານນັບພັນປີ” ໂດຍແບ່ງອອກເປັນ 4 ພາກ, ລວມມີ: ສິ່ງຍອດຍິ່ງຂອງມໍລະດົກ ນິງບິ່ງ, ມໍລະດົກວັດທະນະທໍາພາກເໜືອ, ມໍລະດົກວັດທະນະທໍາພາກກາງ ແລະໄຕງວຽນ, ມໍລະດົກວັດທະນະທໍາພາກໃຕ້. ນອກຈາກນີ້, ລາຍການຍັງມີການສະແດງຊຸດອາພອນຂອງຫວຽດນາມ ມີນາງສາວ 71 ຄົນທີ່ເຂົ້າຮ່ວມຮອບຊີງຊະນະເລີດງານປະກວດນາງງາມທ່ອງທ່ຽວໂລກ 2022 ຢູ່ຫວຽດນາມ. ງານດັ່ງກ່າວດໍາເນີນແຕ່ວັນທີ 17 ຫາວັນທີ 19 ພະຈິກ, ດ້ວຍລາຍການເຄື່ອນໄຫວຕ່າງໆ ຄື: ງານວາງສະແດງມໍລະດົກວັດທະນະທໍາ ແລະປະຫວັດສາດທີ່ເປັນມູນເຊື້ອ, ງານບຸນຕາມທ້ອງຖະໜົນ, ງານລາຕີມໍລະດົກວັດທະນະທໍາ ແລະສຽງກ້ອງທີ່ທັນສະໄໝ...

ໂດຍ: ໄຊຊະນະ