ໃນຂອບເຂດງານບຸນ, ຈະມີເກືອບ 50 ເຫດການ, ການເຄື່ອນໄຫວຈັດຂຶ້ນແຕ່ວັນທີ 11-23 ພະຈິກຢູ່ບັນດາສາຖະທີ່ສາທາລະນະຂອງນະຄອນຫຼວງ. ທ່ານໂດ້ດິງຮົ່ງ, ຫົວໜ້າພະແນກວັດທະນະທຳ ແລະ ກິລາ ຮ່າໂນ້ຍ ໃຫ້ຮູ້ວ່າ:

ງານບຸນດັ່ງກ່າວແມ່ນງານບຸນວັດທະນະທຳໄດ້ຮັບການຈັດສັນທີ່ໜ້າປະທັບໃຈ ດ້ວຍບັນດາຜະລິດຕະພັນໄດ້ອອກແບບດ້ວຍຫຼາຍຮູບຫຼາຍສີ, ມີຫົວຄິດປະດິດສ້າງ ພ້ອມກັບບັນດາມໍລະດົກວັດທະນະທຳບໍ່ເປັນຮູບຮ່າງທີ່ດີເດັ່ນ ໂດຍບັນດານັກສິລະປະກອນ, ນັກສິລະປິນ, ບັນດາຜູ້ຮັກຫອມວັດທະນະທຳນະຄອນຫຼວງເປັນຜູ້ສະແດງ. ຜ່ານເຫດການນີ້, ນະຄອນຮ່າໂນ້ຍ ຮຽກຮ້ອງໃຫ້ ປຊຊ ນະຄອນຫຼວງ ແລະ ທົ່ວປະເທດໝົດທຸກຄົນ ຈົ່ງພ້ອມກັນສ້າງສານະຄອນຮ່າໂນ້ຍ, ຈາກນະຄອນເພື່ອສັນຕິພາບ ກາຍເປັນນະຄອນປະດິດຄິດສ້າງຂອງ  UNESCO.

leftcenterrightdel
ຜູ້ຕາງໜ້າບັນດາກົມກອງທີ່ເຂົ້າຮ່ວມງານບຸນ. ພາບ: qdnd.vn

ທ່ານ Christian Manhart, ຜູ້ຕາງໜ້າອົງການ UNESCO ປະຈຳຫວຽດນາມ ຢືນຢັນວ່າ, ນັບແຕ່ກາຍເປັນສະມາຊິກຂອງເຄືອຂ່າຍບັນດານະຄອນປະດິດຄິດສ້າງຂອງ UNESCO ໃນຂົງເຂດອອກແບບເມື່ອປີ 2019, ຮ່າໂນ້ຍ ໄດ້ເປີດກ້ວາງວິໄສທັດຢ່າງບໍ່ຢຸດຢັ້ງ ເພື່ອກາຍເປັນນະຄອນຫຼວງແຫ່ງປະດິດຕິດສ້າງ ແລະ ສ້າງຂະແໜງອຸດສາຫະກຳວັດທະນະທຳທີ່ຂະຫຍັນຂັນເຄື່ອນ ຜ່ານບັນດາຂໍ້ລິເລີ່ມກວມລວມ ແລະ ການຮ່ວມມືລະຫວ່າງພາກລັດ-ພາກເອກະຊົນ.

ເນື້ອໃນ: ວິທະຍຸກະຈາຍສຽງຫວຽດນາມ