leftcenterrightdel
ຄະນະຈັດຕັ້ງແນະນໍາງານມະໂຫລານຮູບເງົາສາກົນຮ່າໂນ້ຍ ຄັ້ງທີ VI. ພາບ: ເຈົາຊວຽນ.

ຄະນະຈັດຕັ້ງໃຫ້ຮູ້ວ່າ HANIFF VI ຈະຕ້ອນຮັບແຂກຖືກເຊີນຢູ່ພາຍໃນ ແລະຕ່າງປະເທດປະມານ 800 ຄົນ. ໃນຈໍານວນຮູບເງົາທີ່ຈົດທະບຽນເຂົ້າຮ່ວມງານມະໂຫລານ, HANIFF VI ໄດ້ຄັດເລືຶອກເອົາຮູບເງົາ 123 ເລື່ອງ ຂອງ 56 ປະເທດ ແລະເຂດແຄ້ວນ; ຮູບເງົາເລື່ອງ “ດອກມະລິ” ຂອງຜູ້ກໍາກັບການສະແດງ ດັ້ງເຍິດມີງ ໄດ້ເປັນຕົວແທນຮູບເງົາຂອງຫວຽດນາມ ເຂົ້າຮ່ວມປະກວດທີ່ງານມະໂຫລານ. ບັນດາຮູບເງົາທີ່ສົ່ງເຂົ້າມາປະກວດຈະໄດ້ສາຍຮັບໃຊ້ຜູ້ຊົມຟຣີ ຢູ່ໂຮງໜັງແຫ່ງຕ່າງໆທີ່ຮ່າໂນ້ຍ ແລະບັກນິງ.

ໂດຍ: ທູຈາງ