leftcenterrightdel
ພາບປະກອບ: ສໍານັກຂ່າວສານຫວຽດນາມ

ວັນທີ 3 ມັງກອນ, ຫ້ອງການວັດທະນະທຳຖະແຫຼງຂ່າວ ແລະທ່ອງທ່ຽວ ເທດສະບານຊາປາ ແຂວງລາວກາຍ ໃຫ້ຂ່າວວ່າ: ໃນໄລຍະ 3 ວັນບຸນປີໃໝ່ (ແຕ່ວັນທີ 1-3 ມັງກອນ 2022) ເຂດທ່ອງທ່ຽວແຫ່ງຊາດ ຊາປາ ໄດ້ຕ້ອນຮັບນັກທ່ອງທ່ຽວ 17.346 ເທື່ອຄົນ.  ລາຍຮັບຈາກນັກທ່ອງທ່ຽວບັນລຸ 46 ຕື້ດົ່ງ, ເພີ່ມຂຶ້ນກວ່າ 7,8 ຕື້ດົ່ງເມື່ອທຽບໃສ່ໂອກາດບຸນຄຣິດມາດ 2021. ເຖິງວ່າຈຳນວນນັກທ່ອງທ່ຽວເພີ່ມຂຶ້ນພຽງ 30% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021 ກໍ່ຕາມ, ແຕ່ນີ້ແມ່ນສັນຍານທີ່ດີສະແດງໃຫ້ເຫັນວ່າຂະແໜງການທ່ອງທ່ຽວຊາປາ ແລະ ລາວກາຍ ກຳລັງຟື້ນຟູພາຍຫຼັງ 1 ປີທີ່ພະຍາດໂຄວິດ-19 ຜັນແປຢ່າງສັບສົນ.

ໂດຍ: ທະນາພອນ