leftcenterrightdel
ພາບປະກອບຈາກ: ສໍານັກຂ່າວສານຫວຽດນາມ.

ຍ້ອນໄດ້ຮັບຜົນສະທ້ອນຈາກພະຍາດ, ວັນບຸນຈຶ່ງໄດ້ຈັດຂຶ້ນທາງໄກໃນລະບົບເຕັກໂນໂລຢີເໝືອນຈິງ, ສ້າງກາລະໂອກາດເພື່ອໃຫ້ປະຊາຊົນໄດ້ເຂົ້າຮ່ວມ ແລະມີການກະທົບຕອບຊຶ່ງກັນ ແລະກັນ. ວັນບຸນລວມມີຫຼາຍຂົງເຂດ, ຄື: ເຂດຫໍພິພິຕະພັນແນະນໍາຮູບພາບ, ເອກະສານກ່ຽວກັບປະທານໂຮ່ຈີມິນ; ເຂດວາງສະແດງກ່ຽວກັບທະເລ, ໝູ່ເກາະຫວຽດນາມ; ເຂດມູນເຊື້ອ-ພື້ນເມືອງຫວຽດນາມ; ເຂດປູສະນີຍະສະຖານວັດທະນະທໍາ, ກິລາ-ກາຍະກໍານະຄອນໂຮ່ຈີມິນ... ເພື່ອເຂົ້າຮ່ວມວັນບຸນ, ປະຊາຊົນສາມາດເຂົ້າເວັບໄຊ: https://ngayhoivanhoadoc.hochiminhcity.gov.vn ໂດຍຕອບສະໜອງວັນບຸນ, ບັນດາສະຖານທີ່ວັດທະນະທໍາຢູ່ບໍລິເວນນະຄອນກໍ່ໄດ້ຈັດຫຼາຍກິດຈະກໍາເຄື່ອນໄຫວທີ່ມີຄວາມໝາຍ.

ວັນບຸນຈະປິດລົງໃນວັນທີ 5 ມັງກອນ 2022.

ໂດຍ: ກວຽດເຕີມ