ລັດຖະບານອະນຸມັດຜ່ານແຜນຮ່າງ “ການຫັນປ່ຽນດີຈີຕອນໃນຂົງເຂດວັດທະນະທຳ ຮອດປີ 2030, ວິໄສທັດຮອດປີ 2045”
ກປ.ອອນໄລ - ວັນທີ 4 ເມສາ, ທ່ານ ຫງວຽນຈີຢຸ້ງ ຮອງນາຍົກລັດຖະມົນຕີ ໄດ້ລົງນາມໃນຂໍ້ຕົກລົງເລກທີ 611/QD-TTg ອະນຸມັດຜ່ານແຜນຮ່າງ “ການຫັນປ່ຽນດີຈີຕອນໃນຂົງເຂດວັດທະນະທຳ ຮອດປີ 2030, ວິໄສທັດຮອດປີ 2045”.
ແຜນຮ່າງດັ່ງກ່າວວາງອອກເປົ້າໝາຍທີ່ຫັນລະບົບນິເວດວັດທະນະທຳດີຈີຕອນແຫ່ງຊາດເປັນທັນສະໄໝຢ່າງຮອບດ້ານ ເພື່ອແນໃສ່ອະນຸລັກ ແລະເສີມຂະຫຍາຍຄຸນຄ່າວັດທະນະທຳຫວຽດນາມທີ່ກ້າວໜ້າ, ເຕັມໄປດ້ວຍສີສັນຂອງຊາດ, ມີຄວາມຫົວຄິດປະດິດສ້າງ ແລະເປັນເຈົ້າການເຊື່ອມໂຍງກັບສາກົນ. ພ້ອມທັງ, ນໍາວັດທະນະທຳດີຈີຕອນເປັນແຫຼ່ງກໍາລັງໃໝ່ໃຫ້ການພັດທະນາແບບຍືນຍົງ; ຊຸກຍູ້ການພັດທະນາອຸດສາຫະກຳວັດທະນະທຳ; ຮັບປະກັນ ຊັບພະຍາກອນວັດທະນະທຳໄດ້ຮັບການເປີດກວ້າງດີຈີຕອນ, ແບ່ງປັນຢ່າງມີປະສິດທິຜົນ.
ແຜນຮ່າງກໍ່ວາງອອກເປົ້າໝາຍ ມາຮອດປີ 2030 ສູ້ຊົນ 100% ຂົງເຂດວັດທະນະທຳມີເວທີດີຈີຕອນຮ່ວມກັນ; 100% ຂອງຮູບແບບມໍລະດົກວັດທະນະທຳດີຈີຕອນມີຂໍ້ມູນຖືກຕາມມາດຕະຖານຂອງຂອບແຫ່ງຊາດ ແລະແບ່ງປັນຕາມກົດລະບຽບ. ຢ່າງໜ້ອຍ 80% ຂອງມໍລະດົກວັດທະນະທຳນາມມະທໍາຂອງເຂດຊົນເຜົ່າສ່ວນນ້ອຍໄດ້ຮັບການປ່ຽນເປັນດີຈີຕອນ ແລະເກັບໄວ້ໃນລະບົບຂໍ້ມູນກ່ຽວກັບວັດທະນະທຳ.
ຮອດປີ 2045, ພັດທະນາລະບົບນິເວດວັດທະນະທຳດີຈີຕອນຢ່າງຮອບດ້ານ, ສະຫຼາດ ແລະມີການໂຕ້ຕອບສູງ, ພ້ອມທັງອະນຸລັກ ແລະເສີມຂະຫຍາຍສີສັນຂອງຊາດທັງແຜ່ຂະຫຍາຍວັດທະນະທຳຫວຽດນາມ ໄປສູ່ໂລກ ແລະເຊື່ອມໂຍງເຂົ້າກັບສາກົນຢ່າງແຮງ. ສູ້ຊົນບັນດາຂະແໜງອຸດສາຫະກໍາວັດທະນະທຳ, ເສດຖະກິດປະດິດຄິດສ້າງປະກອບສ່ວນ 9% ຂອງ GDP, ໂດຍຜະລິດຕະພັນອຸດສາຫະກຳວັດທະນະທຳດີຈີຕອນກວມເອົາຫຼາຍກວ່າ 80% ຂອງຜະລິດຕະພັນອຸດສາຫະກຳວັດທະນະທຳທັງໝົດ.
ໂດຍ: ຈາງຫງວຽນ