ປີ 2021, ຈາກສຳເນົາທັງໝົດ 250 ຊຸດ, ຄະນະຈັດຕັ້ງໄດ້ເລືອກເອົາ 130 ນັກສຶກສາເຊິ່ງແມ່ນຜູ້ສອບເສັງຈົບຊັ້ນໄດ້ທີໜຶ່ງ, ນັກສຶກສາດີເດັ່ນທີ່ມາຈາກບັນດາ ມະຫາວິທະຍາໄລ, ວິທະຍາຄານໃນທົ່ວປະເທດເພື່ອເຊີດຊູ, ມອບທຶນສຶກສາ “ຊ່ວຍຜູ້ສອບເສັງຈົບຊັ້ນໄດ້ທີໜຶ່ງໄປໂຮງຮຽນ”.

leftcenterrightdel
ຄະນະຈັດຕັ້ງມອບທຶນສຶກສາ “ຊ່ວຍຜູ້ສອບເສັງຈົບຊັ້ນໄດ້ທີໜຶ່ງໄປໂຮງຮຽນ” ໃຫ້ແກ່ບັນດານັກສຶກສາ. ພາບ: ທືເລ.

ນັກສຶກສາຜູ້ທີ່ໄດ້ຮັບທຶນສຶກສາແມ່ນຜູ້ທີ່ປະສົບກັບຄວາມຫຍຸ້ງຍາກແຕ່ໄດ້ບືນຕົວຂຶ້ນເພື່ອມີຜົນການສຶກສາດີ, ຢັ້ງຢືນຄວາມມຸ່ງມາດປາດຖະໜາຂອງໄວໜຸ່ມເພື່ອໄດ້ອຸທິດສ່ວນໃຫ້ສັງຄົມ. ຜ່ານການຈັດຕັ້ງລາຍການເປັນ 6 ຄັ້ງ, ລາຍການ “ຊ່ວຍຜູ້ສອບເສັງຈົບຊັ້ນໄດ້ທີໜຶ່ງໄປໂຮງຮຽນ”  ໄດ້ມອບທຶນສຶກສາໃຫ້ນັກສຶກສາດີເດັ່ນ 450 ຄົນ.

ໂດຍ: ແສງເດືອນ