leftcenterrightdel
ຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມທາງໄກສະພາລັດຖະ ມົນຕີການສຶກສາ ອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 51. ພາບ: ທູຮັ່ງ.

ໃນບົດກ່າວປາໄສທີ່ກອງປະຊຸມ, ທ່ານ ຫງວຽນກິມເຊີນ ລັດຖະມົນຕີກະຊວງສຶກສາ ແລະກໍ່ສ້າງຫວຽດນາມ ໄດ້ແບ່ງປັນຜົນກະທົບຂອງພະຍາດໂຄວິດ-19 ຕໍ່ກັບການສຶກສາຫວຽດນາມ ແລະບັນດາການປ່ຽນແປງເພື່ອຮັບມື, ໃນນັ້ນມີແຜນນະໂຍບາຍ “ປິດໂຮງຮຽນຊົ່ວຄາວ ແຕ່ບໍ່ຢຸດການຮຽນ”, ເຊິ່ງໄດ້ປະຕິບັດຢ່າງມີປະສິດທິຜົນຜ່ານຮູບການສິດສອນທາງອິນເຕີເນັດ, ໂທລະພາບທີ່ສອດຄ່ອງກັບສະພາບພະຍາດໂຄວິດ-19. ຜ່ານນັ້ນ, ຊຸກຍູ້ການພົວພັນລະຫວ່າງນັກຮຽນ ແລະຄູອາຈານ, ລະຫວ່າງຄູອາຈານກັບຄອບຄົວ ແລະວົງຄະນະຍາດ.

leftcenterrightdel
ທ່ານລັດຖະມົນຕີ ຫງວຽນກິມເຊີນ ເຂົ້າຮ່ວມກອງປະຊຸມທາງໄກຢູ່ກະຊວງສຶກສາ ແລະກໍ່ສ້າງຫວຽດນາມ. ພາບ: ທູຮັ່ງ.

ທ່ານ ໃຫ້ຮູ້ວ່າ, ບຸລິມະສິດຍຸດທະສາດອື່ນຂອງຂະແໜງການສຶກສາຫວຽດນາມ ແມ່ນການສ້າງໂປຼແກຼມໜູນຊ່ວຍການຮຽນຢູ່ເຮືອນ, ການຮຽນແບບທາງໄກ, ລະບົບການຮຽນທີ່ເໝາະສົມໂດຍມີການສົມທົບລະຫວ່າງການຮຽນໂດຍກົງ ແລະຮຽນຈາກທາງໄກ. ໃນນັ້ນຈະຊຸກຍູ້ການຄົ້ນຄວ້າ, ນໍາໃຊ້ປັນຍາປະດິດ ແລະເຕັກໂນໂລຢີຫຼ້າສຸດເຂົ້າໃນຂະແໜງການສຶກສາ; ຍູ້ແຮງການຮ່ວມມືຮອບດ້ານລະຫວ່າງບັນດາກະຊວງ, ຂະແໜງການ ແລະວິສາຫະກິດເຕັກໂນໂລຢີຂໍ້ມູນຂ່າວສານໃນວິວັດການຫັນປ່ຽນດີຈີຕອນໃນຂະແໜງການສຶກສາ.

ຕີລາຄາສູງຕໍ່ຜົນງານ ແລະໝາກຜົນຂອງອົງການລັດຖະມົນຕີການສຶກສາບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ໃນຊຸມປີຜ່ານມາ, ທ່ານລັດຖະມົນຕີກະຊວງສຶກສາ ແລະກໍ່ສ້າງຫວຽດນາມ ໄດ້ຢັ້ງຢືນເຖິງຄໍາໝັ້ນສັນຍາຂອງຫວຽດນາມ ທີ່ປະກອບສ່ວນເຂົ້າແຫຼ່ງກໍາລັງ ແລະຮ່ວມເດີນທາງພ້ອມກັບບັນດາປະເທດອາຊີຕາເວັນອອກສ່ຽງໃຕ້  ແມ່ນເພື່ອສ້າງພື້ນຖານການສຶກສາເປີດ, ຊຸກຍູ້ຂໍ້ລິເລີ່ມແນໃສ່ມຸ່ງໄປເຖິງພື້ນຖານການສຶກສາທີ່ມີຄຸນນະພາບ, ຮັບປະກັນບໍ່ໃຫ້ນັກຮຽນຜູ້ໃດຖືກປະໄວ້ຢູ່ເບື້ອງຫຼັງ.

ໂດຍ: ກວຽດເຕິມ