leftcenterrightdel
ງານຕະຫຼາດນັດການທ່ອງທ່ຽວສາກົນຮ່າໂນ້ຍ (VITM) 2021. ພາບ: ສໍານັກຂ່າວສານຫວຽດນາມ.

ເອກະສານໄດ້ສ່ົງເຖິງພະແນກທ່ອງທ່ຽວ, ວັດທະນະທໍາ, ກິລາ ແລະການທ່ອງທ່ຽວຂອງແຂວງ, ນະຄອນ, ສູນສົ່ງເສີມການທ່ອງທ່ຽວ... ໄດ້ຂຽນຢ່າງຈະແຈ້ງວ່າ: ໂດຍປະຕິບັດຕາມແຜນນະໂຍບາຍ “ວັກຊິນ+5K” ຂອງ ນາຍົກລັດຖະມົນຕີ, ສະຫະສະມາຄົມໄດ້ຕັ້ງໜ້າຮຽກຮ້ອງໃຫ້ກົມກອງ, ວິສາຫະກິດລົງທະບຽນສັກວັກຊິນໃຫ້ພະນັກງານ, ພາລະກອນພາຍໃຕ້ຮູບການຫັນເປັນສັງຄົມ. ເພື່ອປະກອບສ່ວນຊ່ວຍຂະແໜງທ່ອງທ່ຽວກັບມາເຄື່ອນໄຫວເປັນປົກກະຕິ, ຟື້ນຟູພາຍຫຼັງເກີດຄວາມເສຍຫາຍຢ່າງໜັກໜ່ວງຈາກພະຍາດ, ສະຫະສະມາຄົມໄດ້ຕົກລົງຈັດງານ VITM 2021 ຢູ່ຫໍວັດທະນະທໍາແຮງງານມິດຕະພາບຫວຽດ-ໂຊ (ຮ່າໂນ້ຍ) ໃນເວລາດັ່ງກ່າວ. ກ່ອນໜ້ານັ້ນ, ຍ້ອນການຜັນແປສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້ຂອງພະຍາດໂຄວິດ-19 ງານ VITM ຮ່າໂນ້ຍ 2021 ຈຶ່ງໄດ້ໂຈະການຈັດຕັ້ງເປັນສອງເທື່ອ.

ໂດຍ: ເກື່ອງດັ້ງ