ນີ້ແມ່ນການປະກວດໂດຍບັນດານັກຖ່າຍຮູບອາຊີບໃນທົ່ວໂລກຈັດຕັ້ງ. ໃນແຕ່ລະປີ, ການປະກວດມີກໍາມະການ 50 ຄົນທີ່ມາຈາກ 50 ປະເທດຕ່າງໆເຂົ້າຮ່ວມ ແລະໃຫ້ຄະແນນແບບເອກະລາດ 3 ຮອບ.

leftcenterrightdel
ພາບຖ່າຍ “ການເກັບກ່ຽວຫຍ້ານັງ” ຂອງນັກຖ່າຍຮູບ ຟ້າມຮຸຍຈຸງ. ພາບ: qdnd.vn.

ພາບຖ່າຍ “ການເກັບກ່ຽວຫຍ້ານັງ” ຢູ່ກວ໋າງນາມ ຂອງນັກຖ່າຍຮູບ ຟ້າມຮຸຍຈຸງ ຍາດໄດ້ລາງວັນທີໜຶ່ງໃນລາຍການຖ່າຍພາບຈາກເຄື່ອງບິນບໍ່ມີຄົນຂັບ, ພ້ອມກັນນັ້ນໄດ້ຮັບລາງວັນໃນການປະກວດຮອບຊີງຊະນະເລີດ  35AWARDS 2020. ການປະກວດໄດ້ດຶງດູດນັກຖ່າຍຮູບ 123.400 ຄົນທີ່ມາຈາກ 173 ປະເທດ ແລະເຂດແຄວ້ນເຂົ້າຮ່ວມແຂ່ງຂັນ 27 ລາຍການຖ່າຍຮູບທີ່ແຕກຕ່າງກັນ, ຄືຖ່າຍຮູບ drone, ຮູບເຄິ່ງຕົວ ແລະສັດປ່າ... ນອກຈາກນັ້ນ, ການປະກວດຍັງຄັດເລືອກຮູບພາບທີ່ສ້າງຄວາມປະທັບໃຈທີ່ສຸດ 100 ແຜ່ນ, ແລະລາງວັນໂດຍຜູ້ຊົມຄັດເລືອກໃນແຕ່ລະລາຍການ. ເລື່ອງບັນດາຮູບຖ່າຍຂອງຫວຽດນາມ ນອນຢູ່ໃນທອັບນີ້ສະແດງໃຫ້ເຫັນຄວາມສວຍງາມຂອງທັດສະນີຍະພາບ, ຊີວິດການເປັນຢູ່ຂອງຊາວຫວຽດນາມ ແລະໝູ່ບ້ານອາຊີບໃນທົ່ວປະເທດ.

ໂດຍ: ກວຽດເຕິມ