leftcenterrightdel
ຮູບພາບ “ສີສັນຂອງຊີວິດ” ຂອງນັກຖ່າຍຮູບ ມິງດຶກ ຖ່າຍຢູ່ຕາມກົກ, ນິງບິ່ງ. ພາບ: ຮົ່ງຮ່າ.

Festival ລວມມີກິດຈະກໍາເຄື່ອນໄຫວຕ່າງໆ, ຄື: ການປະກວດ, ຄັດເລືອກໂລໂກ, ຊຸດເຄື່ອງໝາຍການຄ້າ Festival ຖ່າຍຮູບສາກົນຫວຽດນາມ; ງານວາງສະແດງຮູບພາບ “ຫວຽດນາມ ຜ່ານກ້ອງຖ່າຍຮູບຂອງນັກຖ່າຍຮູບສາກົນ” ດ້ວຍຮູບພາບທີ່ນຳມາວາງສະແດງຄາດວ່າປະມານ 250 ແຜ່ນ; ການໂອ້ລົມສົນທະນາ, ແລກປ່ຽນດ້ານວິຊາສະເພາະກ່ຽວກັບການຖ່າຍຮູບ. ຜ່ານ Festival, ຄະນະຈັດຕັ້ງມຸ່ງໄປເຖິງການກໍ່ສ້າງເຄື່ອງໝາຍການຄ້າໃຫ້ນັກຖ່າຍຮູບຫວຽດນາມ, ປະກອບສ່ວນໂຄສະນາຮູບພາບທີ່ສວຍງາມກ່ຽວກັບປະເທດຊາດ, ຊາວຫວຽດນາມ, ເພີ່ມທະວີການພົບປະແລກປ່ຽນສາກົນຜ່ານການເຄື່ອນໄຫວຖ່າຍຮູບ.

ໂດຍ: ດັ້ງເກື່ອງ