leftcenterrightdel
ບັນຍາກາດທີ່ພິທີໄຂງານບຸນ. ພາບ: ຫວຽດແທັ່ງ.

ງານບຸນໂດຍສູນສົ່ງເສີມການລົງທຶນ, ການຄ້າ, ການທ່ອງທ່ຽວສົມທົບກັບພະແນກທ່ອງທ່ຽວຮ່າໂນ້ຍ ຈັດຂຶ້ນຈົນຮອດວັນທີ 18 ເມສາ ຈຶ່ງອັດລົງ, ມີຮ້ານຄ້າວາງສະແດງ ແລະຂາຍເຄື່ອງ 200 ຮ້ານ, ແບ່ງເປັນສອງເຂດ. ເຂດໂຄສະນາຜະລິດຕະພັນກະຕຸກຊຸກຍູ້ຮ່າໂນ້ຍ ມີປະມານ 150 ຮ້ານຂອງບັນດາບໍລິສັດທ່ອງທ່ຽວດ້ວຍຜະລິດຕະພັນການທ່ອງທ່ຽວກວ່າ 1.000 ຢ່າງດ້ວຍລາຄາຫຼຸດພິເສດເຖິງ 15-35%. ເຂດແນະນໍາວັດທະນະທໍາອາຫານການກິນຮ່າໂນ້ຍ ໄດ້ດໍາເນີນຢູ່ຫໍເຍົາວະຊົນ, ແນະນໍາບັນດາອາຫານການກິນທີ່ເປັນເອກະລັກສະເພາະຂອງຮ່າໂນ້ຍ. ຢູ່ທີ່ນີ້ ຍັງດໍາເນີນກິດຈະກໍາພົບປະແລກປ່ຽນກັບບັນດານັກສິລະປະການ, ນັກຊ່ຽວຊານແຖວໜ້າກ່ຽວກັບວັດທະນະທໍາອາຫານການກິນຮ່າໂນ້ຍ, ພ້ອມກັບຫຼາຍກິດຈະກໍາສະແດງທັກສະການປຸງແຕ່ງອາຫານ, ເຂົ້າຮ່ວມການປຸງແຕ່ງຕົວຈິງ... ງານບຸນແມ່ນເພື່ອກະຕຸ້ນການທ່ອງທ່ຽວພາຍໃນປະເທດ, ໂຄສະນາ, ແນະນໍາຮູບພາບຮ່າໂນ້ຍ-ສະຖານທີ່ນັດພົບທີ່ປອດໄພ, ເປັນມິດ, ມີຄຸນນະພາບ ແລະດຶງດູດ.

ໂດຍ: ດັ້ງເກື່ອງ