leftcenterrightdel
ທ່ານ ຫງວຽນວັນຮຸ່ງ ລັດຖະມົນຕີກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ ກ່າວຄໍາເຫັນທີ່ເວທີປາໄສ. ພາບ: nhandan.com.vn.

ດ້ວຍຫົວຂໍ້ “ການທ່ອງທ່ຽວພາຍໃນປະເທດ-ກໍາລັງໜູນຟື້ນຟູການທ່ອງທ່ຽວຫວຽດນາມ ໃນສະພາບການປົກກະຕິໃໝ່”, ເວທີປາໄສໄດ້ສຸມໃສ່ປຶກສາຫາລືສອງເນື້ອໃນຕົ້ນຕໍ: ການທ່ອງທ່ຽວພາຍໃນປະເທດ-ໜ້າທີ່ຈຸດສຸມຂອງການທ່ອງທ່ຽວຫວຽດນາມ ແລະບັນດາມາດຕະການເພື່ອພັດທະນາການທ່ອງທ່ຽວຢູ່ພາຍໃນປະເທດ. ທີ່ເວທີປາໄສ, ບັນດາຜູ້ແທນໄດ້ໄຈ້ແຍກຄວາມສໍາຄັນຂອງການທ່ອງທ່ຽວຢູ່ພາຍໃນປະເທດ; ສະພາບການພັດທະນາການທ່ອງທ່ຽວຢູ່ພາຍໃນປະເທດຂອງຫວຽດນາມ ແລະພາກພື້ນ; ບັນດາປັດໄຈທີ່ຈໍາເປັນເພື່ອພັດທະນາການທ່ອງທ່ຽວຢູ່ພາຍໃນປະເທດ; ປະສົບການພັດທະນາການທ່ອງທ່ຽວຢູ່ພາຍໃນປະເທດຂອງບາງທ້ອງຖິ່ນ, ພັດທະນາການທ່ອງທ່ຽວຢູ່ພາຍໃນປະເທດໃນສະພາບການປົກກະຕິໃໝ່; ສະເໜີມາດຕະການພັດທະນາການທ່ອງທ່ຽວຢູ່ພາຍໃນປະເທດ...

ໂດຍ: ທູຈາງ