leftcenterrightdel
ການສະແດງສິລະປະໃນວັນບຸນວັດທະນະທໍາບັນດາເຜົ່າຫວຽດນາມ ຢູ່ເມືອງຝູຍ້ວນ. ພາບ: ຮົ່ງຢາງ.

ວັນບຸນໄດ້ດໍາເນີນຫຼາຍກິດຈະກໍາທີ່ເປັນຫຼາຍຮູບຫຼາຍແບບ, ຄື: ວາງສະແດງຜະລິດຕະພັນຂອງພໍ່ແມ່ປະຊາຊົນບັນດາເຜົ່າ, ແຂ່ງຂັນແຕ່ງອາຫານການກິນດ້ວຍຫົວຂໍ້ “ເຂົ້າໜົມຊົນເຜົ່າ-ສີສັນວັດທະນະທໍາທີ່ເປັນມູນເຊື້ອຂອງຫວຽດນາມ”, ແຂ່ງຂັນການປະດັບປະດາ, ຕົບແຕ່ງຮູບພາບຈາກເຄື່ອງໃຊ້ທີ່ຜະລິດຄືນໃໝ່... ກິດຈະກໍາພົ້ນເດັ່ນຢູ່ວັນບຸນແມ່ນການແຂ່ງຂັນຊອກຮູ້ສີສັນວັດທະນະທໍາບັນດາເຜົ່າຫວຽດນາມ ດ້ວຍເປົ້າໝາຍເຂົ້າຮ່ວມແມ່ນພໍ່ແມ່ປະຊາຊົນບັນດາເຜົ່າຢູ່ບໍລິເວນ. ທີ່ວັນບຸນ, ຄະນະຈັດຕັ້ງໄດ້ມອບຂອງຂວັນໃຫ້ບັນດາຄອບຄົວຊາວເຜົ່າຂະແມເນື່ອງໃນໂອກາດບຸນປີໃໝ່ Chol Chnam Thmay ແລະຊົນເຜົ່າຈໍາ ເນື່ອງໃນໂອກາດເດືອນ Ramadan. ວັນບຸນໄດ້ປະກອບສ່ວນໂຄສະນາໃຫ້ພະນັກງານ, ພາລະກອນ ແລະປະຊາຊົນຢູ່ບໍລິເວນກ່ຽວກັບກໍາລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດຢ່າງເລິກເຊິ່ງກວ້າງຂວາງ.

ໂດຍ: ເກື່ອງດັ້ງ