leftcenterrightdel
ລາຍການສະແດງສິລະປະຈາກນັກສິລະປິນ ສ:ເກົາຫຼີ ໃນພິທີໄຂ. 

ກ່າວຄຳເຫັນທີ່ພິທີ, ທ່ານ Park Noh-wan ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ຫວຽດນາມ ຢັ້ງຢືນວ່າ ຫວຽດນາມ ແລະ ສ.ເກົາຫຼີ ພວມພ້ອມກັນເພີ່ມພູນຄູນສ້າງອະນາຄົດໃຫ້ສົດໃສກວ່າ.

“ເຫດການດັ່ງກ່າວແມ່ນສັນຍະລັກໃຫ້ແກ່ນ້ຳໃຈໄມຕີຈິດມິດຕະພາບທີ່ເລິກເຊິ່ງລະຫວ່າງ ຫວຽດນາມ ແລະ ສ.ເກົາຫຼີ, ພິເສດແມ່ນໃນສະພາບການທີ່ 2 ປະເທດໃກ້ຈະສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດຄົບຮອບ 30 ປີ. ຂ້າພະເຈົ້າຫວັງວ່າເຫດການຄັ້ງນີ້ຈະກາຍເປັນຄວາມຊົງຈຳທີ່ມີຄວາມສຸກ, ຄວາມມ່ວນຊື່ນກັບປະຊາຊົນ ກວ໋າງນາມ. ນີ້ກໍແມ່ນໂອກາດເພື່ອໃຫ້ພວກເຮົາພ້ອມກັນແກ້ໄຂບັນດາຄວາມຫຍຸ້ງຍາກເພື່ອເຊື່ອມຕໍ່ຕະຫຼາດທ່ອງທ່ຽວລະຫວ່າງສອງປະເທດ, ພິເສດແມ່ນການມາທ່ຽວໂຮ້ຍອານ ພາຍຫຼັງໂລກລະບາດໂຄວິດ-19.”

ແຫຼ່ງຄັດຈາກ: vovworld.vn