leftcenterrightdel
ຖະໜົນຮູບພາບ ຟຸ່ງຮຶງ (ເມືອງຮວ່ານກ໊ຽມ) ແມ່ນໜຶ່ງໃນບັນດາສະຖານທີ່ປະດິດສ້າງເພື່ອຮັບໃຊ້ປະຊາຄົມ. ພາບ: ເຈົາຊວຽນ.

ໂດຍປະຕິບັດຄໍາໝັ້ນສັນຍາກັບອົງການ ຢູແນສໂກ ພາຍຫຼັງທີ່ຮ່າໂນ້ຍ ເຂົ້າຮ່ວມຕາໜ່າງບັນດາຕົວເມືອງແຫ່ງການປະດິດສ້າງໃນຂົງເຂດການອອກແບບ (ປີ 2019) ຢ່າງເປັນທາງການ, ຮ່າໂນ້ຍ ໄດ້ຫັນບັນດາໂຄງການ ແລະແຜນການກະທໍາຍາວນານກ່ຽວກັບວິໄສທັດ ແລະການເຊື່ອມຕໍ່ບັນດານະໂຍບາຍຂອງນະຄອນໃຫ້ເປັນອັນລະອຽດ; ສ້າງເງື່ອນໄຂສະດວກເພື່ອແນໃສ່ຍົກລະດັບໃຫ້ແກ່ຂົງເຂດປະດິດສ້າງອອກແບບ, ກໍ່ຄືຍົກສູງຄວາມຮັບຮູ້, ສະໜິດຕິດພັນກັບປະຊາຄົມເພື່ອຫັນບັນດາຂໍ້ລິເລີ່ມ ແລະກໍ່ສ້າງພາບພົດຮ່າໂນ້ຍ-ຕົວເມືອງແຫ່ງການປະດິດສ້າງໃຫ້ປະກົດຜົນເປັນຈິງເທື່ອລະກ້າວ.

ທີ່ກອງປະຊຸມ, ບັນດານັກຊ່ຽວຊານທີ່ມີຊື່ສຽງພາຍໃນ ແລະຕ່າງປະເທດ, ບັນດານັກລົງທຶນ, ວິສາຫະກິດ ໄດ້ຍົກອອກບັນດາແນວຄວາມຄິດ ແລະຂໍ້ລິເລີ່ມ. ຜ່ານນັ້ນ, ໜູນຊ່ວຍຮ່າໂນ້ຍ ກໍ່ສ້າງ ແລະກໍານົດທິດຍຸດທະສາດຍາວນານແນໃສ່ເສີມຂະຫຍາຍບົດບາດເປັນຕົວເມືອງແຫ່ງການປະດິດສ້າງຂອງອົງການຢູແນສໂກ ຢ່າງມີປະສິດທິຜົນ ແລະດຶງດູດຄວາມສົນໃຈ, ການສະໜັບສະໜູນຈາກປະຊາຄົມ.

ໂດຍ: ໄຊຊະນະ