leftcenterrightdel
ໄຂບຸນທ່ອງທ່ຽວຕາມຖະໜົນ ຮ້າລອງ. 

ຫົວຂໍ້ວ່າ “ບຸນລະດູບານໃໝ່ມໍລະດົກ”, ບັນດາລາຍການໃນບຸນຈະວາດພາບໃຫ້ເຫັນງານບຸນລະດູບານໃໝ່ທີ່ເປັນເອກະລັກຂອງ 5 ວັດທະນະທຳມໍລະດົກແຂວງ ກ໋ວາງນິງ ແມ່ນ ຊາຍແດນ, ວັດທະນະທຳຈິດວິນຍານ, ໃຈກາງ, ທະເລໝູ່ເກາະ ແລະ ວັດທະນະທຳປະຊາຄົມ. ທ່ານ ຟ້າມງອັກຖຸຍ, ຫົວໜ້າພະແນກທ່ອງທ່ຽວແຂວງ ກ໋ວາງນິງ ໃຫ້ຮູ້ວ່າ:

“ເປັນຄັ້ງທຳອິດ ພວກຂ້າພະເຈົ້ານຳວັດທະນະທຳທີ່ເປັນເອກະລັກສະເພາະຂອງແຕ່ລະເຂດພາກເຂົ້າໃນຮູບການຖະໜົນຫົນທາງ. ແລະ ແຂກທ່ອງທ່ຽວຈະໄດ້ຮັບຊົມຈັງຫວະຂັບແທນຂອງ ບີງລຽວ, ວາດຟ້ອນຂອງພໍ່ແມ່ປະຊາຊົນ ກ໋ວາງອຽນ ຫຼື ເວິນດົນ, ຕຽນອຽນ. ຂ້າພະເຈົ້າ ຫວັງວ່າ ແຂກທ່ອງທ່ຽວ ແລະປະຊາຊົນຈະມີຄວາມເຂົ້າໃຈວັດທະນະທຳຂອງພວກເຮົາດີກ່ວາ ແລະພິເສດແມ່ນວັດທະນະທຳຂອງແຂວງ ກ໋ວາງນິງ ເປັນເອກະລັກສະເພາະ ແລະມີລັກສະນະດີເດັ່ນທີ່ສຸດ.”

ບຸນທ່ອງທ່ຽວຕາມຖະໜົນ ຮ້າລອງ ຄັ້ງທີ 2 ແມ່ນເຫດການທ່ອງທ່ຽວທຳອິດໃນປີ 2021 ຂອງແຂວງກ໋ວາງນິງ, ນອນໃນແຜນການສົ່ງເສີມການທ່ອງທ່ຽວພາຍໃນປະເທດ “ຊາວ ຫວຽດນາມ ໄປທ່ຽວຫວຽດນາມ” ແນໃສ່ແກ້ໄຂຜົນສະທ້ອນຈາກໂລກລະບາດໂຄວິດ-19 ເທື່ອລະກ້າວ ແລະ ປະຕິບັດໃຫ້ສຳເລັດເປົ້າໝາຍດຶງດູດແຂກທ່ອງທ່ຽວ 10 ລ້ານຄົນໃນປີ 2021.

ແຫຼ່ງຄັດຈາກ: vovworld.vn