ກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ ສະເໜີບັນດາອົງການ, ຫົວໜ່ວຍ, ທ້ອງຖິ່ນສືບຕໍ່ເອົາໃຈໃສ່, ເບິ່ງແຍງດູແລການພັດທະນາກິລາກາຍຍະກໍາ, ຍູ້ແຮງການເຄື່ອນໄຫວກິລາກາຍຍະກໍາຢູ່ຮາກຖານ, ເປີດກວ້າງ ແລະຍົກສູງປະສິດທິຜົນຂະບວນການກິລາກາຍຍະກໍາມະຫາຊົນ. ພ້ອມທັງ, ລະດົມກໍາລັງແຮງຂອງທົ່ວສັງຄົມເບິ່ງແຍງດູແລການພັດທະນາກິລາກາຍຍະກໍາ, ສ້າງເງື່ອນໄຂສະດວກເພື່ອພັດທະນາປະເພດກິລາໃນໂຮງຮຽນ, ກໍາລັງປະກອບອາວຸດ, ເປົ້າໝາຍຄົນອາຍຸສູງ, ຄົນພິການ, ກຳມະກອນ, ຜູ້ອອກແຮງງານ...

leftcenterrightdel
ວັນແລ່ນດຶງດູດບັນດາອົງການ, ຫົວໜ່ວຍ, ປະຊາຊົນທຸກຊັ້ນຄົນເຂົ້າຮ່ວມເປັນຈໍານວນຫຼວງຫຼາຍ. ພາບ: ຮຸ່ງຄວາ.

ເນື່ອງໃນໂອກາດນີ້, ກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມໄດ້ມອບໃບຍ້ອງຍໍໃຫ້ບັນດາໝູ່ຄະນະທີ່ມີຜົນງານດີເດັ່ນໃນການຜັນຂະຫຍາຍລາຍການລອຍປອດໄພ, ປ້ອງກັນ, ຕ້ານການຈົມນ້ຳ (2016-2020). ຄະນະກໍາມະການປະຊາຊົນນະຄອນໂຮ່ຈີມິນ ຍ້ອງຍໍບັນດາໝູ່ຄະນະ, ສ່ວນບຸກຄົນບັນລຸໄດ້ຜົນງານດີເດັ່ນໃນການຊີ້ນໍາ, ຜັນຂະຫຍາຍການປະຕິບັດບັ້ນຂົນຂວາຍ “ທົ່ວປວງຊົນຝຶກຝົນຫຼໍ່ຫຼອມຮ່າງກາຍຕາມແບບຢ່າງລຸງໂຮ່ ຜູ້ຍິ່ງໃຫຍ່” ໄລຍະ 2021-2030. ພ້ອມກັນນັ້ນ, ນັກຮຽນນະຄອນກວ່າ 1.200 ຄົນຮ່ວມສະແດງກິລາລວມໝູ່ເພື່ອລະດົມກຳລັງໃຈໃຫ້ເຫດການ.

ໂດຍ: ເຈິ່ນຮວ່ຽນ