leftcenterrightdel
ໂລໂກ ແນະນໍາລາຍການສະແດງສິລະປະ. ພາບ: ເວືອງຮ່າ.

ໄຊຊະນະທາງເລກ 9 - ພາກໃຕ້ລາວ ປີ 1971 ແມ່ນໜຶ່ງໃນບັນດາເຫດການປະຫວັດສາດທີ່ມີລັກສະນະຍຸດທະສາດ, ສ້າງທ່າ ແລະກໍາລັງແຮງໃຫ້ແກ່ການບຸກໂຈມຕີຄັ້ງໃຫຍ່ ແລະລຸກຮືຂຶ້ນໃນລະດູບານໃໝ່ປີ 1975. ບໍ່ພຽງແຕ່ເປັນບັ້ນຮົບທໍາມະດາເທົ່ານັ້ນ, ທາງເລກ 9 - ພາກໃຕ້ລາວ ຍັງແມ່ນບັ້ນຮົບທີ່ມີລັກສະນະຫັນປ່ຽນສະຖານະການ, ແມ່ນໜຶ່ງໃນບັນດາບັ້ນຮົບໃຫຍ່ຂອງກອງທັບ ແລະປະຊາຊົນເຮົາ ໃນພາລະກິດຕໍ່ສູ້ຕ້ານຈັກກະພັດອາເມລິກາ, ກູ້ຊາດ, ສະແດງໃຫ້ເຫັນສະຕິປັນຍາ, ເຈດຈໍານົງອົງອາດກ້າແກ່ນ, ນໍ້າໃຈຮັກຊາດ, ນໍ້າໃຈພິລະອາດຫານ, ຍອມເສຍສະຫຼະຊີວິດເພື່ອປົກປັກຮັກສາປະເທດຊາດ...

ລາຍການຈະວາດພາບຄືນເຫດການປະຫວັດສາດຜ່ານບັນດາຮູບເງົາສາລະຄະດີດ້ວຍບັນດາແງ່ມູມທີ່ໃໝ່ອ່ຽມ, ການສໍາພາດຕົວພະຍານປະຫວັດສາດ, ການພົບປະແລກປ່ຽນກັບຕົວພະຍານຢູ່ເວທີສະແດງເພື່ອຍົກອອກໄຊຊະນະຂອງກອງທັບ ແລະປະຊາຊົນເຮົາໃນວິວັດການປົກປັກຮັກສາເສັ້ນທາງຂົນສົ່ງຍຸດທະສາດທີ່ໃສ່ຊື່ວ່າທາງໂຮ່ຈິ້ມິນ...

ໂດຍ: ໄຊຊະນະ