ການຈັດຕັ້ງງານບຸນດັ່ງກ່າວແມ່ນເພື່ອແນໃສ່ແກ້ໄຂສະພາບຂາດເລືອດພາຍຫຼັງບຸນເຕັດ, ພ້ອມທັງປະກອບສ່ວນຫັນປ່ຽນທັດສະນະຂອງປະຊາຄົມກ່ຽວກັບການບໍລິຈາກເລືອດດ້ວຍຄວາມສະໝັກໃຈ ແລະສ້າງເປັນວັດທະນະທໍາບໍລິຈາກເລືອດໃນຕົ້ນລະດູບານໃໝ່ຂອງຊາວຮ່າໂນ້ຍແຕ່ລະຄົນ. ຜ່ານການຈັດຕັ້ງມາໄດ້ 13 ປີ, ງານບຸນໄດ້ຮັບເລືອດປະມານ 85.000 ຖົງ.

leftcenterrightdel
ຊາວໜຸ່ມເຂົ້າຮ່ວມງານບຸນບໍລິຈາກເລືອດດ້ວຍຄວາມສະໝັກໃຈ. ພາບ: ສໍານັກຂ່າວສານຫວຽດນາມ.

ງານບຸນບໍລິຈາກເລືອດ ຄັ້ງທີ XIV ຈະດໍາເນີນໃນລະຫວ່າງວັນທີ 1 - 7 ມີນາ ທີ່ສະຖາບັນເລືອດສາດ ແລະສົ່ງເລືອດສູນກາງ ແລະ 3 ແຫ່ງອີື່ນອີກຢູ່ຮ່າໂນ້ຍ. ຄາດຄະເນວ່າຈະໄດ້ຮັບເລືອດເພີ່ມເຕີມໃຫ້ທະນາຄານເລືອດເພື່ອສະໜອງໃຫ້ໂຮງໝໍ, ຮາກຖານສາທາລະນະສຸກປະມານ 180 ແຫ່ງຂອງ 28 ແຂວງ, ນະຄອນຢູ່ພາກເໜືອ.

ໂດຍ: ທູຈາງ