ນະຄອນດ່ານັ້ງ ປະກາດໃຊ້ນະໂຍບາຍໜູນຊ່ວຍດຶງດູດຄະນະນັກທ່ອງທ່ຽວ
ກປ.ອອນໄລ - ຄະນະກໍາມະການປະຊາຊົນນະຄອນດ່ານັ້ງ ໄດ້ເຫັນດີຕໍ່ແຜນນະໂຍບາຍເພື່ອໃຫ້ພະແນກການທ່ອງທ່ຽວນະຄອນດ່ານັ້ງ ເປັນປະທານ, ສົມທົບກັບບັນດາຫົວໜ່ວຍທີ່ກ່ຽວຂ້ອງຜັນຂະຫຍາຍການທົດລອງນະໂຍບາຍໜູນຊ່ວຍດຶງດູດຄະນະນັກທ່ອງທ່ຽວ MICE (ແມ່ນປະເພດການທ່ອງທ່ຽວສົມທົບກັບການປະຊຸມ, ກອງປະຊຸມສໍາມະນາ, ງານວາງສະແດງ, ການຈັດຕັ້ງເຫດການ…) ທີ່ມາຈັດຢູ່ດ່ານັ້ງ ໃນປີ 2021.
    |
 |
ຫໍພິພິທະພັນສິລະປະແກະສະຫຼັກຈໍາດ່ານັ້ງ ເປີດຮັບແຂກເຂົ້າຊົມຟຣີໃນປີ 2021. ພາບ: ຫໍພິພິທະພັນສະໜອງ. |
ບັນດານະໂຍບາຍເພື່ອດຶງດູດແຂກທ່ອງທ່ຽວ MICE ທີ່ມາ ດ່ານັ້ງ ໃນປີ 2021 ລວມມີ: ໜູນຊ່ວຍກ່ຽວກັບຮູບການຕ້ອນຮັບ (ໃນນັ້ນຄະນະນັກທ່ອງທ່ຽວ MICE ແມ່ນແຕ່ 1.000 ຫາ 2.000 ຄົນຂຶ້ນໄປ, ການນໍາຄະນະກໍາມະການປະຊາຊົນນະຄອນດ່ານັ້ງ ຈະຕ້ອນຮັບໂດຍກົງ ຫຼື ມີຈົດໝາຍຂອບໃຈສົ່ງໃຫ້ຜູ້ຕາງໜ້າຂອງຄະນະນັກທ່ອງທ່ຽວ, ຈັດລົດນຳທາງ); ໜູນຊ່ວຍການລົງພິມໃນໜັງສືພິມ, ອອກຂ່າວທາງວິທະຍຸ, ເວັບໄຊ ແລະສື່ສັງຄົມອອນລາຍ; ໜູນຊ່ວຍມອບຂອງຂວັນທີ່ລະນຶກ; ຫຼຸດລາຄາແຕ່ 10-40% ໃນການເຊົ່າ-ຈັດຫ້ອງປະຊຸມ, ຫໍປະຊຸມໃຫຍ່; ໄປຢ້ຽມຢາມສະຖານທີ່ທ່ອງທ່ຽວວັດທະນະທໍາໂດຍບໍ່ເສຍຄ່າ, ຄື: ເຂດປູຊະນີຍະສະຖານລະດັບຊາດພິເສດທັດສະນີຍະພາບງູແຮ່ງເຊີນ, ຫໍພິພິທະພັນວິຈິດສິນດ່ານັ້ງ, ຫໍພິພິທະພັນດ່ານັ້ງ ແລະຫໍພິພິທະພັນສິລະປະແກະສະຫຼັກຈໍາດ່ານັ້ງ ຈົນໝົດປີ 2021...
ໂດຍ: ເຈິ່ນຮວ່ຽນ